(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນເອກ Raul Castro Ruz, ເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູຍບາ, ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີແຫ່ງ ສ ກູຍບາ ແລະ ປະທານາທິບໍດີ ສ ສະຫະພັນ Brazil, ທ່ານນາງ Dilma Rousseff, ທ່ານ Nguyen Phu Trong, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ເດີນທາງຢ້ຽມຢາມ ສ ກູຍບາ ຢ່າງເປັນທາງການແຕ່ວັນທີ 8 – 12/4 ແລະ ຢ້ຽມຢາມທາງລັດຖະກິດ ສ ສະຫະພັນ Brazil ແຕ່ວັນທີ 12 – 15/4.
ການຢ້ຽມຢາມ ສ ກູຍບາ ແລະ ສ ສະຫະພັນ Brazil ຂອງທ່ານເລຂາທິການໃຫຍ່ Nguyen Phu Trong ຄັ້ງນີ້ ແມ່ນເພື່ອແນໃສ່ສົ່ງສານພິເສດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ກ່ຽວກັບນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືເພື່ອພ້ອມກັນພັດທະນາກັບປະຊາຊົນ ກູຍບາ, ປະຊາຊົນ Brazil, ປະກອບສ່ວນສຳຄັນຊຸກຍູ້ການພົວພັນທີ່ມີລວງເລິກ ກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ແລະ ຂະບວນການຝ່າຍຊ້າຍ ອາເມລິກາລາຕິນ ໃນວິວັດທະນາການເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ.
ເນື່ອງໃນການຢ້ຽມຢາມສັນຕະວະໄມຕີ ສ ກູຍບາຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong, ວັນທີ 7/4, ໜັງສືພິມ Granma, ສຽງຂອງພັກກອມມູນິດກູຍບາ ແລະ ໜັງສືພິມ Juventud Rebelde, ສຽງຂອງຄະນະຊາວໜຸ່ມກອມມູນິດກູຍບາ ໄດ້ລົງພິມໃນໜ້າທຳອິດບົດແຈ້ງຂ່າວກ່ຽວກັບການຢ້ຽມຢາມ. ບັນດາບົດໜັງສືພິມຢືນຢັນວ່າ: ນີ້ແມ່ນການຢ້ຽມຢາມ ກູຍບາ ເປັນຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ Nguyen Phu Trong ໃນຖະນາເປັນເລຂາທິການໃຫຍ່ພັກກອມູນິດຫວຽດນາມ ເພື່ອແນໃສ່ປັບປຸງສາຍພົວພັນຮ່ວມມື ແລະ ມິດຕະພາບອັນເປັນມູນເຊື້ອແບບພິເສດລະຫວ່າງ ພັກ, ລັດຖະບານ ແລະ ປະຊາຊົນ 2 ປະເທດຫວຽດນາມ - ກູຍບາອ້າຍນ້ອງ.