ເລີ່ມດຳເນີນຮອບເຈລະຈາສັນຕິພາບກ່ຽວກັບຊີຣີ ຢູ່ວຽນ

(VOVWORLD) -ວັນທີ 25 ມັງກອນ, ການເຈລະຈາສັນຕິພາບຄັ້ງໃໝ່ ໂດຍສະຫະປະຊາຊາດ ເປັນຄົນກາງໄກ່ເກ່ຍລະຫວ່າງລັດຖະບານຊີຣີ ແລະ ຝ່າຍຄ້ານ ເລີ່ມດຳເນີນຢູ່ວຽນ, ປະເທດໂອຕາລິດ,

ເລີ່ມດຳເນີນຮອບເຈລະຈາສັນຕິພາບກ່ຽວກັບຊີຣີ ຢູ່ວຽນ - ảnh 1 ເລີ່ມດຳເນີນຮອບເຈລະຈາສັນຕິພາບກ່ຽວກັບຊີຣີ ຢູ່ວຽນ

(ພາບ: AFP/TTXVN)

ກ່ອນທີ່ລັດເຊຍ, ເຊິ່ງເປັນພັນທະມິດທີ່ໃກ້ຊິດຂອງຊີຣີ, ຄາດວ່າ ຈະຈັດກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ ຢູ່ Sochi 2 – 3 ວັນ ເພື່ອແນໃສ່ຊອກຫາທາງອອກໃຫ້ແກ່ການປະທະກັນເຊິ່ງຖືກແກ່ຍາວເປັນເວລາ 7 ປີຢູ່ຊີຣີ.

        ຮອບເຈລະຈາໃໝ່ແກ່ຍາວເປັນເວລາ 2 ວັນ ເພື່ອແນໃສ່ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງລັດຖະທຳມະນູນສະບັບໃໝ່, ພາຍຫຼັງບັນດາຮອບເຈລະຈາສັນຕິພາບກ່ອນໜ້ານັ້ນໄດ້ປຶກສາຫາລືກ່ຽວກັບການເລືອກຕັ້ງຄັ້ງໃໝ່, ປະຕິຮູບກົງຈັກການຄຸ້ມຄອງ ແລະ ບັ້ນຮົບຕ້ານການກໍ່ການຮ້າຍ. ທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີ Staffan de Mistura ໃຫ້ຮູ້ວ່າ “ນີ້ແມ່ນຈຸດເວລາກຸນແຈ” ແລະ ສະແດງຄວາມຫວັງວ່າ ຮອບເຈລະຈາສັນຕິພາບຄັ້ງນີ້ຈະບັນລຸໄດ້ບາດກ້າວບຸກທະລຸ.

ຕອບກັບ

ຂ່າວ/ບົດ​ອື່ນ