ພິທີແຫ່ຫວໍຂຶ້ນວິຫານ ຮຸ່ງ
( ພາບ: baomoi.com )
(vovworld) - ໂດຍສືບຕໍ່ລາຍການບູຊາເຈົ້າຊີວິດ ຮຸ່ງ ປີ 2012, ຕອນເຊົ້າວັນທີ 28/3, ຢູ່ແຂວງ ຟູ໋ທໍ້ ໄດ້ດຳເນີນພິທີແຫ່ຫວໍຂຶ້ນວິຫານ ຮຸ່ງ ເພື່ອສະແດງໃຫ້ເຫັນຄວາມຮູ້ບຸນຄຸນທີ່ມີຕໍ່ບັນດາເຈົ້າຊີວິດ ຮຸ່ງ, ນີ້ກໍ່ແມ່ນພິທີພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ເພື່ອເຮັດໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ປະເທດຊາດມີຄວາມສັນຕິສຸກ, ຮັ່ງມີເຂັ້ມແຂງ… ປ້າ Nguyen Thi Tinh , ຜູ້ເຂົ້າຮ່ວມພິທີແຫ່ຫວໍ, ໃຫ້ຮູ້ວ່າ:
”ຄອບຄົວເຮົາມີເອື້ອຍນ້ອງ, ລູກຫຼານປະມານ 10 ຄົນເຂົ້າຮ່ວມພິທີນີ້. ຂ້າພະເຈົ້າເຫັນວ່າມື້ນີ້ມ່ວນຫຼາຍ. ຂ້າພະເຈົ້າຫວັງວ່ານັບແຕ່ນີ້ເປັນຕົ້ນໄປ, ປີໃດກໍ່ຈັດພິທີແຫ່ຫວໍຄືແນວນີ້”.
ພ້ອມກັບການຈັດຕັ້ງບັນດາພິທີງານບຸນມຸ້ງໄປສູ່ວັນບຸນບູຊາເຈົ້າຊີວິດ ຮຸ່ງ, ແຂວງ ຟູ໋ທໍ້ ຍັງຜັນຂະຫຍາຍຫຼາຍມາດຕະການຮັບປະກັນຄວາມປອດໄພທາງຄົມມະນາຄົມໃນໂອກາດນີ້, ພິເສດແມ່ນໃນ 2 ວັນຕົ້ນຕໍ່ຂອງງານບຸນ ຄືວັນທີ 9 ແລະ ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ.