ເວທີປາໄສລົບລ້າງ ຄວາມອຶດຫິວຫລຸດ ຜ່ອນຄວາມທຸກຍາກ ແລະ ການເຕີບໂຕ ແບບຍືນຍົງ
(ພາບປະກອບ: ອິນເຕີແນັດ)
(vovworld) - ເພື່ອແນໃສ່ປະກອບສ່ວນສະຫລຸບ 10 ປີແຫ່ງການປະຕິບັດຍຸດທະສາດລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຂອງລັດຖະບານ, ຕອນເຊົ້າວັນທີ 6/3, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວຫວຽດນາມ ໄດ້ຈັດເວທີປາໄສລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ການເຕີບໂຕແບບຍືນຍົງ. ໃນຫຼາຍປີຜ່ານມາ, ພາລະກິດລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດແບບຍືນຍົງ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນໃນຂອບເຂດທົ່ວປະເທດ. ສະນັ້ນ, ເວທີປາໄສໄດ້ລວບລວມຄຳເຫັນ ແລະ ບົດຮຽນຂອງບັນດາອົງການຄຸ້ມຄອງລັດ, ບັນດານັກວາງແຜນກຳນົດນະໂຍບາຍ, ຜູ້ຊ່ຽວຊານດ້ານເສດຖະກິດ, ສ້າງໂອກາດເຊື່ອມຕໍ່ ແລະ ຮ່ວມມືລະຫວ່າງບັນດາວິສາຫະກິດ, ອົງການສື່ມວນຊົນ ເພື່ອແນໃສ່ຊອກຫາທິດເດີນໃໝ່ໃນພາລະກິດລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດແບບຍືນຍົງ.
ໂດຍຜ່ານການໄຈ້ແຍກ, ປຶກສາຫາລື, ແລກປ່ຽນຂອງບັນດາຜູ້ແທນ, ສະມາຄົມນັກຂ່າວຫວຽດນາມ ຈະລວບລວມບັນດາຄຳເຫັນ ເພື່ອສະເໜີຕໍ່ການນຳພັກ, ລັດ, ຍົກສູງປະສິດທິຜົນຂອງສື່ມວນຊົນຕໍ່ວຽກງານໂຄສະນາກ່ຽວກັບການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດແບບຍືນຍົງໃນໄລຍະຈະມາເຖິງ.