ເວທີປາໄສຮ່ວມມືດ້ານເສດຖະກິດໃນເຂດອ່າວພາກເໜືອເປີດກ້ວາງຄັ້ງທີ9
ທ່ານ ຫງວຽນຮົ່ງເຈື່ອງ ກ່າວຄຳເຫັນທີ່ວາລະໄຂ
(ພາບ: nhandan)
(vovworld) - ເວທີປາໄສຮ່ວມມືດ້ານເສດຖະກິດອ່າວພາກເໜືອເປີດກ້ວາງຄັ້ງທີ 9 ຮ່ວມແຮງຮ່ວມໃຈຮ່ວມມືໃນເຂດອ່າວພາກເໜືອເປີດກ້ວາງ ແລະ ພ້ອມກັນກໍ່ສ້າງ “ແລວເສດຖະກິດໜຶ່ງ, ເສັ້ນທາງດຽວ” ດຳເນີນໃນວັນທີ 26/05 ຢູ່ນະຄອນໜານໜິງ ເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ ແຂວງ ກວາງຊີ ຈີນ. ເວທີປາໄສສຸມໃສ່ປຶກສາຫາລື 2 ເນື້ອໃນຕົ້ນຕໍກ່ຽວກັບການກໍ່ສ້າງ, ພັດທະນາແລວເສດຖະກິດ ຈີນ - ອາຊີຕາເວັນອອກສຽງໃຕ້ໄຫຼ່ທະວີບ ແລະ ຕາໜ່າງການຮ່ວມມືລະຫວ່າງບັນດານະຄອນທ່າກ່ຳປ່ັນ ຈີນ - ອາຊຽນ. ເຂົ້າຮ່ວມເວທີປາໄສມີຜູ້ແທນຈີນ ແລະ ອາຊຽນປະມານ 500 ທ່ານ.
ກ່າວຄຳເຫັນທີ່ວາລະໄຂ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ທ່ານ ຫງວຽນຮົ່ງເຈື່ອງ ຮອງລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ຕີລາຄາສູງບັນດາກາລະໂອກາດ ເຊິ່ງປະຊາຄົມເສດຖະກິດ ອາຊຽນ (AEC) ນຳມາໃຫ້ປະຊາຄົມວິສາຫະກິດບັນດາຝ່າຍ ແລະ ປະກອບສ່ວນໃຫ້ແກ່ການຮ່ວມມືພັດທະນາໃນພາກພື້ນ. ທ່ານຮອງລັດຖະມົນຕີກໍ່ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການຮ່ວມມືດ້ານເສດຖະກິດຢູ່ເຂດອ່າວພາກເໜືອເປີດກ້ວາງ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ແລະ ຈີນ ເພື່ອແນໃສ່ເພີ່ມທະວີການແລກປ່ຽນດ້ານການຄ້າ, ສ້າງຄວາມສະດວກໃນການແຈ້ງພາສີສິນຄ້າ, ການລົງທຶນພັດທະນາເຕັກໂນໂລຢີ, ການຮ່ວມມືຍົກສູງຄວາມສາມາດການຜະລິດ, ພັດທະນາຕາໜ່າງໂຄງລ່າງຄົມມະນາຄົມ, ການຮ່ວມມືດ້ານການສຶກສາ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມື ປົກປັກຮັກສາສິ່ງແວດລ້ອມ ແລະ ແຫຼ່ງຊັບພະຍາກອນທຳມະຊາດ.