ເວທີປາໄສເສດຖະກິດຫວຽດນາມ-ຕາເວັນອອກກາງ-ອາຟຼິກາເຫນືອ

ການປະຊຸມຂ່າວກ່ຽວກັບເວທີປາໄສເສດຖະກິດ
ຫວຽດນາມ-ຕາເວັນອອກກາງ-ອາຟຼິກາເຫນືອ
ພາບ:chinhphu.vn
|
vovworld)-ເວທີປາໄສດັ່ງກ່າວໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບບັນດາກະຊວງ, ຂະແຫນງການ ແລະ ບັນດາຄູ່ຮ່ວມມືຕາເວັນອອກກາງ-ອາຟຼິກາເຫນືອຈະດຳເນີນໄປໃນວັນທີ 4-5/11 ຈະມາເຖິງຢູ່ຮ່າໂນ້ຍ. ນີ້ເປັນຄັ້ງທຳອິດຈັດຂຶ້ນເຫດການທີ່ມີຂອບຂະຫນາດໃຫຍ່ ກ່ຽວກັບການຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງຫວຽດນາມ ແລະ ບັນດາປະເທດເຂດຕາເວັນອອກກາງ-ອາຟຼິກາເຫນືອ ເພື່ອໃຫ້ວິສາຫະກິດສອງຝ່າຍແລກປ່ຽນໂດຍກົງກ່ຽວກັບການຊອກຫາກາລະໂອກາດຮ່ວມມື ແລະ ສະເຫນີບັນດາມາດຕະການລະອຽດ ໃນການຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມື ແລະ ຊຸກຍູ້ການພົວພັນດ້ານເສດຖະກິດການຄ້າສອງຝ່າຍ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນທິເຟືອງງາ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຍູ້ແຮງບັນດາຂົງເຂດຊື່ງສອງຝ່າຍມີທ່າແຮງ.
“ໃນໄລຍະຈະມາເຖິງ ພວກເຮົາມີຂົງເຂດຈຸດສຸມຈຳນວນຫນຶ່ງຕ້ອງບຸລິມະສິດເພື່ອຍົກສູງປະສິດທິຜົນການຮ່ວມມື ແລະ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືຄື: ດ້ານການຄ້າ, ພະລັງງານ, ການລົງທຶນ, ພັດທະນາພື້ນຖານໂຄງລ່າງ, ແຮງງານ ແລະ ກະສິກຳ. ນອກນັ້ນ ຍັງມີບັນດາຂົງເຂດຄື: ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ກໍຄວນໄດ້ຮັບການຊຸກຍູ້ໃນໄລຍະຈະມາເຖິງ.”