(vovworld) - ຕອນເຊົ້າວັນທີ 02/08, ເວທີປາໄສເສດຖະກິດອິດສະລາມໂລກ (WIEF) ຄັ້ງທີ 12 ຖືກໄຂຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ. ມີຜູ້ແທນກວ່າ 2.500 ທ່ານ ແລະ ບັນດາປະມຸກລັດທີ່ມາຈາກ 100 ປະເທດໃນໂລກເຂົ້າຮ່ວມເຫດການນີ້. ນີ້ແມ່ນເວທີປາໄສປຶກສາລືບັນດາສິ່ງທ້າທາຍ, ກາລະໂອກາດ ແລະ ທ່າອ່ຽງພັດທະນາເສດຖະກິດຢູ່ບັນດາປະເທດອິດສະລາມ ໃນສະພາບເສດຖະກິດທົ່ວໂລກປະຈຸບັນ. ພິເສດ, ເວທີປາໄສກໍ່ຊອກຮູ້ບົດບາດຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໃນການຊຸກຍູ້ການເຕີບໂຕດ້ານເສດຖະກິດສຳລັບພື້ນຖານຂອງບັນດາປະເທດໃນໂລກ. ບັນດາບັນຫາຕົ້ນຕໍ່ທີ່ໄດ້ປຶກສາຫາລືທີ່ເວທີປາໄສຄັ້ງນີ້ຄື: ການພັດທະນາພື້ນຖານໂຄງລ່າງ; ການເຊື່ອມໂຍງດ້ານການເງິນອິດສະລາມ; ເປີດກວ້າງຂະແໜງອຸດສາຫະກຳສະບຽງອາຫານ Halal ທົ່ວໂລກ… ເວທີປາໄວຖືກດຳເນີນຮອດວັນທີ 04/08.