ເວທີປາໄສ ທາບ ທາມຄວາມເຫັນ ກ່ຽວກັບການປະຕິ ບັດສົນທິສັນຍາສິດທິມະນຸດ
ລົບລ້າງບັນດາການປະພຶດຕໍ່ແມ່ຍິງ
(ພາບ:srd.org.vn)
( vovworld ) – ເວທີປາໄສທາບທາມຄວາມເຫັນ ສະພາບການປະຕິບັດສົນທິສັນຍາກ່ຽວກັບສິດທິມະນຸດ (CEDAW) ໂດຍກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສົມທົບກັບສະຫະປະຊາຊາດປະຈຳຫວຽດນາມ ຈັດຂຶ້ນເມື່ອຕອນເຊົ້າວັນທີ 30/3 ຢູ່ Ha Noi. ທີ່ເວທີປາໄສ, ທ່ານ Pham Minh Huan ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ໃນການຊຸກຍູ້ສິດສະເໝີພາບລະຫວ່າງຍິງ-ຊາຍ, ເພີ່ມສິດໃຫ້ແມ່ຍິງໂດຍຜ່ານບັນດານະໂຍບາຍກົດໝາຍ ແລະ ບັນດາໂຄງການກ່ຽວກັບສິດສະເໝີພາບລະຫວ່າງຍິງ-ຊາຍແຫ່ງຊາດ. ຫວຽດນາມ ມີຄວາມກ້າວໜ້າຫຼາຍຢ່າງ ໃນການແກ້ໄຂຄວາມຜິດໂຕນທາງເພດໃນການສຶກສາ, ວຽກເຮັດງານທຳ…ແຕ່ເຖິງຢ່າງໃດກໍຕາມ, ຫວຽດນາມ ຍັງຄົງມີການທ້າທາຍຫຼາຍຢ່າງ ໃນການປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍຄື: ຄວາມແຕກຕ່າງກັນກ່ຽວກັບລະດັບເງິນເດືອນ, ທີ່ຕັ້ງຂອງແມ່ຍິງ……ທ່ານ Pham Minh Huan ເວົ້າວ່າ: “ເວທີປາໄສ ແມ່ນໂອກາດທີ່ດີໃຫ້ແກ່ຫວຽດນາມ ໃນການແບ່ງປັນຂໍ້ມູນຂ່າວ ກ່ຽວກັບສະພາບການປະຕິບັດສົນທິສັນຍາສາກົນກ່ຽວກັບສິດທິມະນຸດເວົ້າລວມ, ພ້ອມທັງຮັບຟັງຄຳເຫັນປະກອບຂອງຜູ້ຊ່ຽວຊານກ່ຽວກັບວິທີຜັນຂະຫຍາຍປະຕິບັດສົນທິສັນຍາ CEDAW ຢູ່ ຫວຽດນາມ. ປະກອບສ່ວນເສີມຂະຫຍາຍຜົນງານທີ່ບັນລຸໄດ້, ພ້ອມທັງຈຳກັດ ກ້າວໄປເຖິງການລົບລ້າງທຸກໆຮູບການປະພຶດ, ພິເສດ ແມ່ນສຳລັບແມ່ຍິງ ແລະເດັກຍິງ“