ເສດຖະກິດພາກເອກະຊົນສວມບົດບາດສຳຄັນໃນພື້ນຖານເສດຖະກິດ
ເສດຖະກິດພາກເອກະຊົນປະກອບ 40% ເຂົ້າ GDP
|
(vovworld) - ເພື່ອເສີມຂະຫຍາຍບົດບາດຂອງເສດຖະກິດພາກເອກະຊົນໃນພື້ນຖານເສດຖະກິດຂອງປະເທດຊາດຕ້ອງປະຕິບັດບັນດາມາດຕະການຢ່າງຄົບຊຸດ ຈາກທັງບັນດາວິສາຫະກິດພາກເອກະຊົນ ແລະ ບັນດາອົງການຄຸ້ມຄອງລັດ. ນັ້ນແມ່ນຄຳເຫັນຂອງບັນດານັກຊ່ຽວຊານດ້ານເສດຖະກິດທີ່ເວທີປາໄສ “ບົດບາດຂອງເສດຖະກິດພາກເອກະຊົນ ໃນການພັດທະນາເສດຖະກິດ ຫວຽດນາມ” ໂດຍສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຈັດຕັ້ງໃນວັນທີ 4/10 ຢູ່ຮ່າໂນ້ຍ. ຮອງສາດສະດາຈານ, ປອ ເຈີ່ນກິມຈູງ, ຮອງຫົວໜ້າສະຖາບັນຄຸ້ມຄອງເສດຖະກິດສູນກາງ ໄດ້ປະກອບຄຳເຫັນວ່າ:
“ເພື່ອໃຫ້ເສດຖະກິດພາກເອກະຊົນກາຍເປັນກຳລັງໜູນໃນການພັດທະນາຕ້ອງປັບປຸງກົນໄກການຕະຫຼາດ. ນີ້ແມ່ນຈຸດພື້ນຖານທີ່ສຸດໃນໄລຍະຈະມາເຖິງ ແລະ ນີ້ແມ່ນທາດແທ້ຂອງການເຕີບໂຕ. ເພີ່ມລັກສະນະກະຈ່າງແຈ້ງ, ປ່ຽນໃໝ່ບົດບາດຄຸ້ມຄອງຂອງລັດໂດຍພື້ນຖານ, ຮັບປະກັນເສດຖະກິດມະຫາພາກເປັກປົກກະຕິ ແລະ ກວດກາ, ລົບລ້າງບັນດາບັນຫາກ່ຽວຂ້ອງເຖິງການຍົກສູງປະສິດທິຜົນແຫ່ງການລົງທຶນ. ສືບຕໍ່ປະຕິຮູບວິສາຫະກິດສຳລັບບັນດາວິສາຫະກິດຂະໜາດນ້ອຍ, ກາງ ແລະ ວິສາຫະກິດຂະໜາດໃຫຍ່, ເພີ່ມທະວີຄວາມເປັນເອກະພາບດ້ານກົດໝາຍ.”