(VOVWORLD) - ບັນດານັກໄຈ້ແຍກຖືວ່າ ການກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຂອງ ລັດເຊຍ ແມ່ນຍ້ອນການຟື້ນຟູພາຍຫຼັງວິກິດການ ແລະ ຄວາມສາມາດຮັບມືກັບບັນດາເງື່ອນໄຂໃໝ່.
ອົງການສະຖິຕິ ລັດເຊຍ (Rosstat) ໄດ້ຮັບຮູ້ຍອດຜະລິດຕະພັນພາຍໃນ (GDP) ຂອງ ລັດເຊຍ ບັນລຸມູນຄ່າ 2.556 ຕື້ USD. ຕົວເລກດັ່ງກ່າວໄດ້ນຳປະເທດ ລັດເຊຍ ຈັດອັນດັບທີ 8 ໃນຕາຕະລາງບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.
ຕາມ Rosstat ແລ້ວ, ອາເມລິກາ ຍັງນຳໜ້າຕາຕະລາງດ້ວຍ 30.800 ຕື້ USD, ຈີນ ຢືນອັນດັບທີ 2 ດ້ວຍ 19.800 ຕື້ USD, ເຢຍລະມັນ ຢືນອັນດັບທີ 3 ດ້ວຍ 5.050 ຕື້ USD, ຍີ່ປຸ່ນ ຢືນອັນດັບທີ 4 ດ້ວຍ 4.400 ຕື້ USD…
ບັນດານັກໄຈ້ແຍກຖືວ່າ ການກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຂອງ ລັດເຊຍ ແມ່ນຍ້ອນການຟື້ນຟູພາຍຫຼັງວິກິດການ ແລະ ຄວາມສາມາດຮັບມືກັບບັນດາເງື່ອນໄຂໃໝ່. ສິ່ງທີ່ໜ້າສົນໃຈ, ການສະສົມຄຳຂອງ ລັດເຊຍ ໄດ້ເພີ່ມຂຶ້ນລະດັບສະຖິຕິເກືອບ 130 ຕື້ USD ໃນປີ 2025, ຈາກກວ່າ 195 ຕື້ USD ຂຶ້ນກວ່າ 326 ຕື້ USD.