ສ້າງຕັ້ງສະໂມສອນເສື້ອຍາວ ຫວຽດນາມ ຢູ່ ລາວ
(VOVWORLD) - ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.
ທ່ານນາງ ບ້ຽນທິກີ, ຫົວໜ້າສະໂມສອນ (ພາບ: TTXVN) |
ເມື່ອກ່າວຄຳເຫັນໄຂເຫດການ ທ່ານນາງ ບ້ຽນທິກີ, ຫົວໜ້າສະໂມສອນ, ເນັ້ນໜັກວ່າ: ການສ້າງຕັ້ງສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ແມ່ນເພື່ອແນໃສ່ອະນຸລັກຮັກສາ ແລະ ແຜ່ກະຈາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ ໃນປະຊາຄົມຊາວ ຫວຽດນາມ ຢູ່ ລາວ; ຜູກພັນວົງຄະນະຍາດ ແລະ ໂຄສະນາພາບພົດປະເທດ ຫວຽດນາມ ທີ່ສຸພາບຮຽບຮ້ອຍ, ວັດທະນະທຳມະນຸດ, ພ້ອມທັງປະກອບສ່ວນເພີ່ມທະວີການພົບປະແລກປ່ຽນດ້ານວັດທະນະທຳລະຫວ່າງປະຊາຊົນສອງປະເທດ.
ກ່າວຄຳເຫັນຊົມເຊີຍ, ທ່ານນາງ ນາລີ ສີສຸລິດ, ພັນລະຍາທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ຖືວ່າ ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ປະກອບສ່ວນອະນຸລັກຮັກສາ ແລະ ໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ, ພ້ອມທັງເພີ່ມທະວີຄວາມເຂົ້າໃຈ ແລະ ການພົບປະແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງປະເທດ. ທ່ານນາງ ນາລີ ສີສຸລິດ ເຊື່ອໝັ້ນວ່າ ແມ່ຍິງສອງປະເທດ ຈະສືບຕໍ່ສວມບົດບາດສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະໜົງແກ່ນ ໄປຊົ່ວກາລະນານ.
ໃນພິທີ ໄດ້ດຳເນີນລາຍການສະແດງສິລະປະ ແລະ ເດີນແບບຊຸດເສື້ອຍາວຫວຽດນາມ ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກສະໂມສອນ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ.