ເຂດປູສະນີຍະສະຖານເຕີນຈ່າວ
(ພາບ: baomoi.com)
(vovworld)- ທ່ານຮອງນາຍົກລັດຖະມົນຕີຫວູ້ດຶກດາມ ຫາກໍ່ເຊັນອະນຸມັດໜ້າທີ່ວາງແຜນກຳນົດສັງລວມຮັກສາ, ປະຕິສັງຂອນ, ຟື້ນຟູ ແລະ ເສີມຂະຫຍາຍຄຸນຄ່າເຂດປູສະນີຍະສະຖານປະຫວັດສາດແຫ່ງຊາດພິເສດເຕີນຈ່າວ-ແຂວງຕວຽນກວາງ ຕິດພັນກັບການພັດທະນາການທ່ອງທ່ຽວເຖິງປີ 2025. ແຜນກຳນົດດັ່ງກ່າວເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າປະຫວັດສາດຂອງຊາດ ໂດຍຜ່ານເຂດປູ່ສະນີຍະສະຖານ ເພື່ອສຶກສາອົບຮົມມູນເຊື້ອຮັກຊາດ, ຮັບໃຊ້ການຄົ້ນຄ້ວາວິທະຍາສາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຄື່ອນໄຫວດຳເນີນຊີວິດວັດທະນະທຳຂອງ ປຊຊ, ປະກອບສ່ວນພັດທະນາເສດຖະກິດສັງຄົມ, ວັດທະນະທຳທ່ອງທ່ຽວ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໃຫ້ແກ່ ປຊຊ ເຂດຖານທີ່ໝັ້ນປະຕິວັດເຕີນຈ່າວ ເວົ້າສະເພາະ, ແຂວງຕວຽນກວາງ ແລະ ເຂດອ້ອມຂ້າງເວົ້າລວມ.
ໃນຊຸມປີມໍ່ໆມານີ້, ເພື່ອເສີມຂະຫຍາຍຄຸນຄ່າປູສະນີຍະສະຖານປະຫວັດສາດແຫ່ງຊາດພິເສດເຕີນຈ່າວ, ແຂວງຕວຽນກວາງ ໄດ້ວາງແຜນກຳນົດສັງລວມເຂດປູສະນີຍະສະຖານປະຫວັດສາດແຫ່ງຊາດພິເສດເຕີນຈ່າວ ເພື່ອກຳນົດທິດເຖິງປີ 2020. ທັງແຂວງໄດ້ລົງທຶນເປັນຈຳນວນເງິນກ່ວາ 4,7 ຕື້ດົ່ງເພື່ອປະຕິສັງຂອນເກັບກຳບັນດາເອກະສານວັດຖຸພັນປະຫວັດສາດປະຕິວັດ ເພື່ອນຳມາວາງສະແດງຢູ່ຫໍພິພິທະພັນເຕີນຈ່າວ. ນັບແຕ່ຕົ້ນປີມານີ້, ເຂດປູສະນີຍະສະຖານປະຫວັດສາດແຫ່ງຊາດພິເສດເຕີນຈ່າວ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 600.000 ເທື່ອຄົນມາຢ້ຽມຊົມ, ທັດສະນະສຶກສາ, ກວມເອົາ 75% ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມທັດສະນະສຶກສາຢູ່ແຂວງຕວຽນກວາງ./.