ໄວໜຸ່ມມີບົດບາດປະຈັນບານເຂົ້າຮ່ວມພັດທະນາເສດຖະກິດສັງຄົມ
|
(vovworld-)ຕອນບ່າຍວັນທີ 19/10, ຢູ່ແຂວງຕວຽນກວາງ, ຄະນະບໍລິຫານງານອົງການຊາວໜຸ່ມກະຊວງຕຳຫຼວດ ແລະ ຄະນະບໍລິຫານງານອົງການຊາວໜຸ່ມບັນດາແຂວງເຂດພູດອຍພາກເໜືອໄດ້ພິທີລົງນາມໃນໂຄງການສົມທົບຊີ້ນຳຈັດຕັ້ງບັນດາການເຄື່ອນໄຫວຊາວໜຸ່ມເຂົ້າຮ່ວມຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ ແນໃສ່ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບລະຫວ່າງບັນດາອົງການຊາວໜຸ່ມ ແລະ ອົງການຊາວໜຸ່ມກະຊວງຕຳຫຼວດ , ກຳລັງໄວໜຸ່ມໃນບໍລິເວນເຂດພູດອຍພາກເໜືອ. ທີ່ພິທີ, ທ່ານພົນໂທ ດັ້ງວັນຮ້ຽວ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມໃຫ້ຮູ້ວ່າ :
“ ຄວນມີແຜນການລະອຽດ,ຊາບຊຶມຢ່າງເລິກເຊິ່ງເນື້ອໃນລາຍການສຳລັບແຕ່ລະອົງການຊາວໜຸ່ມ ແລະ ພະນັກງານ ສະມາຊິກອົງການຊາວໜຸ່ມແຕ່ລະຄົນ. ທີ 2 ບັນດາອົງການຊາວໜຸ່ມຄວນຂະຫຍັນຂັ່ນເຄື່ອນ, ມີຫົວຄິດປະດິດສ້າງ, ປ່ຽນໃໝ່ດ້ານເນື້ອໃນ ແລະ ຮູບການ, ມາດຕະການຈັດຕັ້ງການເຄື່ອນໄຫວ ເພື່ອສ້າງກຳລັງດຶງດູດຊາວໜຸ່ມເຍົາວະຊົນ ແລະ ປະຊາຊົນເຂົ້າຮ່ວມຂະບວນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ. ຜູກແໜ້ນບັນດາການເຄື່ອນໄຫວປະຈັນບານ, ອາສາສະໝັກຂອງຊາວໜຸ່ມໃນທຸກຂົງເຂດກັບການກໍ່ສ້າງ ແລະ ພັດທະນາຂະບວນການທົ່ວປວງຊົນເຂົ້າຮ່ວມການປ້ອງກັນປະເທດຊາດ”