ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ: ອະນາຄົດການພົວພັນຫວຽດນາມ - ເກົາຫຼີ ຈະສືບຕໍ່ດີງາມກວ່າ

(VOVWORLD) -ສອງປະເທດໄດ້ບັນລຸຫຼາຍບາດກ້າວພັດທະນາອັນຍິ່ງໃຫຍ່ໃນທຸກຂົງເຂດ ແຕ່ດ້ານການເມືອງ, ການປ້ອງກັນຄວາມສະຫງົບ, ການປ້ອງກັນປະເທດ ຕະຫຼອດຮອດດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ
ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ: ອະນາຄົດການພົວພັນຫວຽດນາມ - ເກົາຫຼີ ຈະສືບຕໍ່ດີງາມກວ່າ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫງວຽນຫວູຕູ໋ (ເບື້ອງຂາວ)

       ຕອບສຳພາດນັກຂ່າວ ເນື່ອງໃນໂອກາດ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ຈະມີການເດີນທາງຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ (ໃນລະຫວ່າງວັນທີ 22 ມີນາ - 24 ມີນານີ້), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫງວຽນຫວູຕູ໋ ຢັ້ງຢືນວ່າ 25 ປີຜ່ານມາ, ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງດ້ານການທູດ (ວັນທີ 22 ທັນວາ 1992), ສອງປະເທດໄດ້ບັນລຸຫຼາຍບາດກ້າວພັດທະນາອັນຍິ່ງໃຫຍ່ໃນທຸກຂົງເຂດ ແຕ່ດ້ານການເມືອງ, ການ ປ້ອງກັນຄວາມສະຫງົບ, ການປ້ອງກັນປະເທດ ຕະຫຼອດຮອດດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນອີກດ້ວຍ. ພິເສດແມ່ນ ດ້ານເສດຖະກິດ, ປັດຈຸບັນສອງປະເທດ ເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນ.

        ຕາມ ທ່ານເອກອັກຄະລັດຖະທູດ ຫງວຽນຫວູຕູ໋ ແລ້ວ, ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ຈະໄດ້ດຳເນີນໃນສະພາບການພົວພັນຄູ່ຮ່ວມມື ຍຸດທະສາດລະຫວ່າງ ຫວຽດນາມ - ສ.ເກົາຫຼີພວມພັດທະນາດີທີ່ສຸດໃນທຸກຂົງເຂດ. ສອງປະເທດຍັງມີ ຫຼາຍກາລະໂອກາດ ເພື່ອສືບຕໍ່ເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງ ແລະ ເປີດກວ້າງກວ່າອີກ. ທ່ານເອກອັກຄະລັດຖະທູດ ຫງວຽນຫວູຕູ໋ ເຊື່ອໝັ້ນວ່າ ດ້ວຍເງື່ອນໄຂສະດວກທີ່ພວມມີ ແລະ ການກະກຽມຢ່າງລະອຽດລະອໍຂອງທັງສອງຝ່າຍ, ການຢ້ຽມຢາມຄັ້ງນີ້ຈະໄດ້ດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດຢ່າງແທດຈິງ, ອີກເທື່ອໜຶ່ງ ຂ້າພະເຈົ້າເຊື່ອໝັ້ນວ່າ “ໃນ 25 ປີ ທີ່ຈະມາເຖິງ ການພົວພັນລະຫວ່າງຫວຽດນາມ - ສ. ເກົາຫຼີຈະດີງາມກວ່ານີ້ອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ