ແກ້ໄຂບັນຫາຂັດແຍ້ງເຂດນ້ຳແດນດິນແມ່ນໜຶ່ງໃນບັນດາການທ້າທາຍດ້ານປ້ອງກັນຄວາມສະຫງົບຂອງຫວຽດນາມໃນປີ2015
ການໂອ້ລົມສົນທະນາຢູ່ ປາຣີ
(ພາບ: Bích Hà/Vietnam+)
|
(vovworld) - ເມື່ອເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ: “ບັນດາສິ່ງທ້າທາຍດ້ານປ້ອງກັນຄວາມສະຫງົບຂອງ ຫວຽດນາມ ໃນປີ 2015”, ຢູ່ປາຣີ ໃນລະຫວ່າງວັນທີ 23 – 24/3, ດຣ ຮ່ວາງແອງຕ໋ວນ, ຫົວໜ້າສະຖານບັນຄົ້ນຄ້ວາຍຸດທະສາດການຕ່າງປະເທດ (ກະຊວງການຕ່າງປະເທດ ຫວຽດນາມ) ຖືວ່າ: ບັນດາການທ້າທາຍອັນໃຫຍ່ຫຼວງຂອງ ຫວຽດນາມໃນປີ 2015 ແມ່ນໃນການແກ້ໄຂບັນດາບັນຫາຂັດແຍ້ງເຂດນ້ຳແດນດິນ, ຮັບປະກັນເອກະລາດ, ອະທິປະໄຕ, ພິເສດແມ່ນເອກະລາດ, ອະທິປະໄຕຢູ່ທະເລຕາເວັນອອກ. ນີ້ແມ່ນບຸລິມະສິດອັນດັບໜຶ່ງຂອງ ຫວຽດນາມ. ທີ່ສອງແມ່ນການທ້າທາຍໃນການແກ້ໄຂການພົວພັນກັບບັນດາປະເທດໃຫຍ່ພວມເອົາໃຈໃສ່ເຖິງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທີສອງແມ່ນການທ້າທາຍກ່ຽວກັບການພັດທະນາເສດຖະກິດ ແລະ ຮັກສາຄວາມວັດທະນາຖາວອນຂອງ ຫວຽດນາມ. ດຣ ຮ່ວາງແອງຕ໋ວນ ກໍ່ເນັ້ນໜັກວ່າ: ຫວຽດນາມ ແລະ ບັນດາປະເທດ ອາຊຽນ ຕ້ອງຮັກສາຄວາມສາມັກຄີ ແລະ ເອກະພາບ, ນີ້ແມ່ນລູກກະແຈຮັບປະກັນຄວາມສະຫງົບໃນພາກພື້ນ. ຕາມທ່ານ ດຣ ຮ່ວາງແອງຕ໋ວນ ແລ້ວ, ຫວຽດນາມ ຕ້ອງແຂງແຮງດ້ານເສດຖະກິດເພື່ອມີຄວາມສາມາດຢ່າງພຽງພໍ ແລະ ແຫຼ່ງກຳລັງຮັກສາກຳລັງແຮງດ້ານປ້ອງກັນປະເທດ, ຊຸກຍູ້ການເຊື່ອມໂຍງຮອບດ້ານ ແລະ ຮັດແຄບຊ່ອງຫວ່າງໃນການພັດທະນາກັບພາກພື້ນ ແລະ ໂລກ.