ແຂວງກວາງນີງຕັ້ງໜ້າກໍ່ສ້າງຊົນນະບົດໃໝ່
ການກໍ່ສ້າງທາງເບຕົງ
(ພາບປະກອບ)
(vovworld) – ວັນທີ 6/4, ຢູ່ແຂວງກວາງນີງ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງເກາະ ໂກໂຕ ແລະ ຄະນະກໍ່ສ້າງຊົນນະບົດໃໝ່ແຂວງ ກວາງນີງ ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ “ກໍ່ສ້າງຊົນນະບົດໃໝ່: ຜົນສຳເລັດທັງດ້ານສະຕິຄວາມຮູ້ ແລະ ວິທີເຮັດ”. ພາຍຫຼັງ 3 ປີແຫ່ງການຜັນຂະຫຍາຍລາຍການກໍ່ສ້າງຊົນນະບົດໃໝ່, ແຂວງ ກວາງນີງ ລະດົມແຫຼ່ງທຶນໄດ້ກ່ວາ 23 ຕື້ດົ່ງ. ມາຮອດປະຈຸບັນ, ແຂວງ ກວາງນີງ ມີ 34 ຕາແສງບັນລຸມາດຖານຊົນນະບົດໃໝ່ໂດຍພື້ນຖານ, ນຳໜ້າໃນ 15 ແຂວງເຂດພູດອຍທາງພາກເໜືອກ່ຽວກັບຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່.
ທ່ານ ເຈືອງກົງງ່ານ, ຫົວໜ້າຄະນະກໍ່ສ້າງຊົນນະບົດໃໝ່ແຂວງ ກວາງນີງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຖືວ່າ: ເລື່ອງຮ່ວມສຳພັນພ້ອມກັບວິສາຫະກິດຕ້ອງຜ່ານບັນດາວຽກງານລະອຽດ, ແກ້ໄຂບັນດາສິ່ງຄົງຄ້າງເພື່ອເຮັດແນວໃດເມື່ອລົງທຶນເຂົ້າກະສິກຳ, ພັດທະນາການຜະລິດກະສິກຳຊົນນະບົດເຂົາເຈົ້າກໍ່ຕ້ອງມີກຳໄລ. ຂ້າພະເຈົ້າຄິດວ່າ, ໃນໄລຍະຈະມາເຖິງ, ແຂວງ ຈະມີບັນດາມາດຕະການລະອຽດກ່ວາອີກເພື່ອຊ່ວຍເຫຼືອວິສາຫະກິດ ແລະ ຮ່ວມສຳພັນພ້ອມກັບວິສາຫະກິດໃນການກໍ່ສ້າງຊົນນະບົດໃໝ່”