ແຂວງຈ່າວິງໂຄສະນາກັບວິສາຫະກິດສິງກະໂປກາລະໂອກາດລົງທຶນເຂົ້າບັນດາເຂດອຸດສາຫະກຳຈຸດສຸມ
ກອງປະຊຸມສົ່ງເສີມການລົງທຶນ
(ພາບ: Vietnam+)
(vovworld) - ທີ່ກອງປະຊຸມສົ່ງເສີມການລົງທຶນຖືກດຳເນີນໃນວັນທີ 23/03, ຢູ່ສິງກະໂປ, ທ່ານປະທານຄະນະກຳມະການປະຊາຊົນແຂວງຈ່າວິງ ດົ່ງວັນເລີມ ໃຫ້ຮູ້ວ່າ, ບັນດາຂົງເຂດເຊິ່ງແຂວງປາດຖະໜາຢາກໃຫ້ບັນດາວິສາຫະກິດສິງກະໂປ ພິຈາລະຈາລົງທຶນລວມມີ: ກໍ່ສ້າງພື້ນຖານໂຄງລ່າງເຕັກນິກຢູ່ບັນດາເຂດອຸດສາຫະກຳ, ເຂດສາງພັກສິນຄ້າ, ຮາກຖານກັນຕອງນ້ຳມັນ… ພິເສດ, ການນຳແຂວງຈ່າວິງ ຫວັງວ່າຈະມີກາລະໂອກາດພ້ອມກັບກຸ່ມບໍລິສັດ Sembcorp ຮ່ວມມືກໍ່ສ້າງເຂດອຸດສາຫະກຳ, ເຂດຕົວເມືອງ ແລະ ການບໍລິການຫວຽດນາມ - ສິງກະໂປ (VSIP) ແຫ່ງທຳອິດຢູ່ເຂດທົ່ງພຽງແມ່ນ້ຳຂອງຕອນໃຕ້ຫວຽດນາມ ຢູ່ແຂວງຈ່າວິງ. ວິສາຫະກິດສິງກະໂປ ຫຼາຍແຫ່ງ ເອົາໃຈໃສ່ເປັນພິເສດເຖິງບັນດາຂົງເຂດຄື: ການລົງທຶນພື້ນຖານໂຄງລ່າງ, ທ່າກ່ຳປັ່ນ, ຄົມມະນາຄົມຂົນສົ່ງ… ໃນບໍລິເວນແຂວງ.