(ທ່ານ ຫງວຽນເຖ໋ກີ່ເຮັດວຽກ ກັບການນຳແຂວງດັກລັກ)
(vovworld) – ສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງດັກລັກ, ຕອນບ່າຍວັນທີ 24/04, ທ່ານ ຫງວຽນເຖ໋ກີ່, ຜູ້ອຳນວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງຫວຽດນາມ, ໄດ້ມີການເຮັດວຽກ ກັບການນຳແຂວງດັກລັກ. ທີ່ການເຮັດວຽກ, ທ່ານ ຫງວຽນເຖ໋ກີ່ ໄດ້ລາຍງານໃຫ້ ການນຳຫຼັກແຫຼ່ງ ແຂວງດັກລັກຊາບ ກ່ຽວກັບການພັດທະນາທຸກດ້ານ ຂອງສະຖານີວິທະຍຸກະຈາຍສຽງຫວຽດນາມ. ພ້ອມທັງ ຮັບຮອງການຊ່ວຍເຫຼືອ, ສ້າງເງື່ອນໄຂຂອງທ້ອງຖິ່ນ ໃນຫຼາຍປີຜ່ານມາ ເພື່ອໃຫ້ບັນດາຫົວໜ່ວຍ ທີ່ຂື້ນກັບ ສະຖານີວິທະຍຸກະຈາຍສຽງຫວຽດນາມ (ປະກອບມີອົງການປະຈຳໄຕຫງວຽນ, ສະຖານີສົ່ງຄື່ນກະຈາຍສຽງ, ຫ້ອງການປະຈຳຊ່ອງໂທລະພາບສະພາແຫ່ງຊາດ ແລະ ນັກຂ່າວຊ່ອງໂທລະພາບ VTC) ປະຕິບັດສຳເລັດໜ້າທີ່ ໂຄສະນາສື່ສານ ຢ່າງຈົບງາມ. ທ່ານ ຫງວຽນເຖ໋ກີ່ ສະເໜີກັບ ບັນດາການນຳ ແຂວງດັກລັກ ໃນໄລຍະຈະມາເຖິງ ຈະພ້ອມກັບ ສະຖານີວິທະຍຸກະຈາຍສຽງຫວຽດນາມ ສ້າງລະບຽບການ ສົມທົບວຽກງານ, ແນ່ໃສ່ປະຕິບັດໜ້າທີ່ໂຄສະນາສື່ສານ ດ້ວຍພາຫະນະສື່ມວນຊົນໃຫ້ດີກວ່າເກົ່າ.