ແຂວງຕ່ຽນຢາງສົ່ງເສີມການຮ່ວມມືກັບຝ່າຍອາບຟຣິກາໃຕ້ໃນຂົງເຂດສິ່ງແວດລ້ອມ
ການເຮັດວຽກ ລະຫວ່າງຄະນະຜູ້ແທນແຂວງ ຕ່ຽນຢາງ
ແລະ ກະຊວງສິ່ງແວດລ້ອມ ອາບຟຣິກາໃຕ້
(ພາບ: quehuongonline.vn)
(vovworld) – ວັນທີ 4/6, ຄະນະຜູ້ແທນແຂວງ ຕ່ຽນຢາງ ໂດຍທ່ານ ເຈິນເທ໋ງອກ, ເລຂາຄະນະພັກແຂວງ ນຳໜ້າ, ໄດ້ມີການພົບປະ ແລະ ເຮັດວຽກກັບຜູ້ຕາງໜ້າກະຊວງສິ່ງແວດລ້ອມ ອາບຟຣິກາໃຕ້ ເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ຊອກຫາມາດຕະການເພີ່ມທະວີການຮ່ວມມືໃນຂົງເຂດຮັກສາສິ່ງແວດລ້ອມ. ນະທີ່ນີ້, ທ່ານ ເຈິນເທ໋ງອກ ແນະນຳບັນດາບາດກ້າວພັດທະນາໃໝ່ໃນຫຼາຍຂົງເຂດຂອງ ຫວຽດນາມ ເວົ້າລວມ ກໍຄືຂອງ ຕ່ຽນຢາງ ເວົ້າສະເພາະ, ໃນນັ້ນມີຄວາມເອົາໃຈໃສ່ຂອງແຂວງໃນຂົງເຂດຄຸ້ມຄອງ, ຮັກສາສິ່ງແວດລ້ອມ; ທ່ານກໍສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບກະຊວງສິ່ງແວດລ້ອມ ອາບຟຣິກາໃຕ້, ພິເສດແມ່ນການແບ່ງປັນບົດຮຽນໃນການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ກໍຄືສິ່ງເສດເຫຼືອໃນການດຳລົງຊີວິດ..
ທ່ານ Mark Gordon, ຫົວໜ້າກົມໃຫຍ່ກະຊວງສິ່ງແວດລ້ອມ ອາບຟຣິກາໃຕ້, ຊີ້ແຈ້ງວ່າ: ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຄັ້ງນີ້ສະແດງໃຫ້ເຫັນຄວາມປາດຖະໜາ ແລະ ຄວາມມານະພະຍາຍາມຂອງລັດຖະບານ ແລະ ບັນດາທ້ອງຖິ່ນຕ່າງໆຂອງ 2 ຝ່າຍໃນການເພີ່ມທະວີສາຍພົວພັນຮ່ວມມືນັບມື້ນັບແທດຈິງ, ລະອຽດ ລະຫວ່າງ ຫວຽດນາມ ແລະ ອາບຟຣິກາໃຕ້. ທ່ານ Mark Gordon ເນັ້ນໜັກວ່າ: ອາບຟຣິກາໃຕ້ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາການພົວພັນຫຼາຍດ້ານ, ໃນນັ້ນມີຂົງເຂດຮັກສາສິ່ງແວດລ້ອມ.