ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງສຳຫລວດ
ສະພາບຊີວິດການເປັນຢູ່ຂອງກຳມະກອນແຂວງ ບີງເຢືອງ
(ພາບ: ດີ່ງນາມ)
(vovworld) - ວັນທີ 28/06 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ລົງສຳຫລວດສະພາບຊີວິດການເປັນຢູ່ຂອງກຳມະກອນ, ຊາວຜູ້ອອກແຮງງານຢູ່ບັນດາເຂດອຸດສາຫະກຳແຂວງ ບີງເຢືອງ. ຢ້ຽມຢາມຖາມຂ່າວກຳມະກອນໂຮງຈັກໂຮງງານ ຊາວຫວຽດ, ບໍລິສັດຫຸ້ນສ່ວນຕັດຫຍິບ ບີງເຢືອງ, ບໍລິສັດ Shyang Hung Cheng. ທ່ານຮອງນາຍົກ ລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ: ລັດຖະບານ ຍາມໃດກໍເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງກຳມະກອນ, ຊາວຜູ້ອອກແຮງງານຢູ່ບັນດາເຂດອຸດສາຫະກຳໃນທົ່ວປະເທດ, ໃນນັ້ນ ມີແຂວງ ບີງເຢືອງ; ພ້ອມທັງໃຫ້ຮູ້ວ່າ: ການສຳຫລວດຄັ້ງນີ້ ເພື່ອແນໃສ່ຊອກຫາບັນດາມາດຕະການ, ນະໂຍບາຍສ້າງແຜນຮ່າງເບິ່ງແຍງດູແລໃຫ້ກຳມະກອນ, ຊາວຜູ້ອອກແຮງງານຢູ່ບັນດາເຂດອຸດສາຫະກຳນັບມື້ນັບລະອຽດ ແລະ ແທດຈິງ.
ແລະໃນວັນດຽວກັນ, ທີ່ການເຮັດວຽກກັບການນຳແຂວງ ບີງເຢືອງ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີອຳນາດການປົກຄອງກໍ່ຄືບັນດາກະຊວງ, ຂະແໜງການສຸມໃສ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ກຳມະກອນກ່ວາອີກ ພິເສດແມ່ນບັນດາບັນຫາກ່ຽວກັບເຮືອນຢູ່, ຮາກຖານການກວດປິ່ນປົວພະຍາດ, ສ້າງເຮືອນລ້ຽງເດັກ, ໂຮງອະນຸບານໃຫ້ລູກຫຼານກຳມະກອນເຂດອຸດສາຫະກຳ.