ແຂວງ ບັກນິງ ເຊີດຊູບັນດານັກສິລະປະການ

(VOVWORLD) - ວັນທີ 25 ກຸມພາ, ແຂວງ ບັກນິງ ຈັດຕັ້ງພິທີເຊີດຊູນັກສິລະປະການ 47 ຄົນໃນຂົງເຂດມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸ.
ແຂວງ ບັກນິງ ເຊີດຊູບັນດານັກສິລະປະການ - ảnh 1 ແຂວງ ບັກນິງ ເຊີດຊູບັນດານັກສິລະປະການ (ພາບ: TTXVN)

 ບັນດານັກສິລະປະການທີ່ໄດ້ຮັບການຮັບຮອງ ແລະ ເຊີດຊູໃນຄັ້ງນີ້ ລວມມີປະເພດສິລະປະສະແດງພື້ນເມືອງ 6 ປະເພດ: ຂັບກວານຫໍ້, ຂັບກາຈູ, ຂັບຕວງ, ຂັບຕໍ່, ລະຄອນຕຸກກະຕານ້ຳ, ຂັບແຈວ. ແຂວງ ບັກນິງ ພວມຮັກສາມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸ 3 ປະເພດທີ່ໄດ້ຮັບການເຊີດຊູຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດລວມມີ ພິທີ ແລະ ການລະຫຼິ້ນດຶງເຊືອກ; ຂັບກວານຫໍ້; ຂັບກາຈູ.

        ແລະກໍ່ໃນວັນທີ 25 ກຸມພາ, ນະຄອນ ບັກນິງ ກໍ່ໄດ້ຈັດຕັ້ງງານປະກວດສຽງເພງຂັບກວາຫໍ້ ບັກນິງ.


ຕອບກັບ

ຂ່າວ/ບົດ​ອື່ນ