ແຂວງ ຫວິງຟຸກ ຍູ້ແຮງການສົ່ງເສີມການລົງທຶນຢູ່ ອາເມລິກາ

ແຂວງ ຫວິງຟຸກ ຍູ້ແຮງການສົ່ງເສີມການລົງທຶນຢູ່ ອາເມລິກາ - ảnh 1
ເວທີ​ປາ​ໄສ “ກໍ່ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງການ​ລົງທຶນ ​ເພື່ອ​ແນ​ໃສ່​ພັດທະນາ​ເຕັກ​ໂນ​ໂລ​ຢີສູງ”

(vovworld) – ວັນ​ທີ 23/7, ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ ​ແຫ່ງ ສະຫະລັດ ​ອາ​ເມ​ລິ​ກາ, ສະຖານທູດ​ຫວຽດນາມ ​ໄດ້​ສົມທົບ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ແຂວງ ຫວິ​ງຟຸກ ຈັດ​ຕັ້ງ​ເວທີ​ປາ​ໄສ “ກໍ່ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງການ​ລົງທຶນ ​ເພື່ອ​ແນ​ໃສ່​ພັດທະນາ​ເຕັກ​ໂນ​ໂລ​ຢີສູງ”. ​ເວທີ​ປາ​ໄສ​ໄດ້​ແນະນຳ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ ​ທີ່​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ, ບັນ​ດາ​​ທີ່​ປຶກສາ, ນັກຮຽນ​ຮູ້ ​ແລະ ບັນດາ​ວິ​ສາ​ຫະກິດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ. ທີ່​ເວທີ​ປາ​ໄສ, ທ່ານ​ເລຂາ​ຄະນະ​ພັກ​ແຂວງຫວິ​ງຟຸກ Pham Van Vong ​ໄດ້​ແນະນຳ​ກ່ຽວ​ກັບ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຂ​ວງ, ສະພາບ​ແວດ​ລ້ອມ​ແຫ່ງ​ກາ​ນລົງທຶນ​ຢູ່​ແຂວງ ກໍ​ຄື​ບັນດາ​ເງື່ອນ​ໄຂ​ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ຢູ່​ແລ້ວ. ​ແຜນ​ນະ​ໂຍບາຍ​ຂອງ​ແຂ​ວງ ຫວິ​ງຟຸກ ​ແມ່ນ​ສຸມ​ໃສ່​ດຶງ​ດູດ​ບັນດາ​ນັກ​ລົງທຶນທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ. ທ່ານ​ເລຂາ​ຄະນະ​ພັກ​ແຂວງຫວິ​ງຟຸກ Pham Van Vong  ​ໃຫ້​ຮູ້​ວ່າ:

“ຍັງ​ບໍ່​ທັນ​ມີ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ​ ​​ແຫ່ງໃດ​ເຂົ້າ​ມາ​ລົງທຶນ​ຢູ່ແຂ​ວງ ຫວິ​ງຟຸກ, ດັ່ງ​ນັ້ນ ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ໜຶ່ງ ​ໃນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງທີ່​ສຸດ ​ເຊິ່ງ ​ແຂວງ ຫວິ​ງຟຸກຄວນ​ເອົາ​ໃຈ​ໃສ່ ​ເພື່ອ​ສຸມ​​ໃສ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ ອາ​ເມ​ລິ​ກາ ລົງທຶນ​ເຂົ້າ​ຫວຽດນາມ. ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າ ​ໄປ ອາ​ເມ​ລິ​ກາ ຄັ້ງ​ນີ້​ເພື່ອ​ປະຕິບັດວຽກ​ງານ​ສົ່ງ​ເສີມ​ການ​ລົງທຶນ, ​ແລະ ພິ​ເສດ​ແມ່ນ​ໃນ​ການ​ລົງທຶນ, ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ​ຄື: ​ເອ​ເລັກ​ໂຕ​ນິກ, ສາທາລະນະ​ສຸກ, ການ​ສຶກສາ, ​ແລະ ບັນດາ​ຂົງ​ເຂດອື່ນໆ​ຄື​ຜະລິດ​​ເຄື່ອງກົນ​ຈັກ.​.​​.”

ຂ່າວ/ບົດ​ອື່ນ