(vovworld) - ຕອນບ່າຍວັນທີ 5/2, ການນຳນະຄອນ ເກີນເທີ ໄດ້ຈັດຕັ້ງການພົບປະສ້າງສັນກັບບັນດາຜູ້ມີຍົດຖາບັນດາສັກ ເນື່ອງໃນໂອກາດບຸນປີໃໝ່ ປີມະເສງ 2013. ກ່າວຄຳເຫັນທີ່ການພົບປະສ້າງສັນ, ການນຳຄະນະກຳມະການແນວໂຮມປະເທດຊາດນະຄອນ ເກີນເທີ ຕີລາຄາສູງໃນປີຜ່ານມາບັນດາອົງການສາສະໜາໃນບໍລິເວນນະຄອນ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວກຸສົນສັງຄົມຄື: ໜູນຊ່ວຍໃຫ້ຄອບຄົວທຸກຍາກເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ, ມອບຂອງຂັວນ, ມອບເຂົ້າສານໃຫ້ແກ່ຄອບຄົວທຸກຍາກ, ກວດປິ່ນປົວພະຍາດ, ຊ່ວຍເຫຼືອເດັກກຳພ້າ, ຄົນພິການ, ກໍ່ສ້າງຂົວທາງ, ເຮືອນແຫ່ງສາຍຈິດມິດໃຈດ້ວຍຍອດມູນຄ່າກ່ວາ 36 ຕື້ດົ່ງ.
ເນື່ອງໃນໂອກາດນີ້, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ຝາກຄຳຢ້ຽມຢາມຖາມຂ່າວ ແລະ ອວຍພອນປີໃໝ່ເຖິງບັນດາຜູ້ມີຍົດຖາບັນດາສັກ, ນັກບວດຂອງສາສະໜາຕ່າງໆ. ຫວັງວ່າ, ບັນດາອົງການສາສະໜາຂົນຂວາຍພຸດທະສາສະນິກະຊົນ ປະຕິບັດແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງລັດເປັນຢ່າງດີ, ປະກອບສ່ວນພ້ອມກັບອຳນາດການປົກຄອງທ້ອງຖິ່ນປະຕິບັດບັ້ນຂົນຂວາຍທົ່ວປວງຊົນກໍ່ສ້າງຊີວິດວັດທະນະທຳເຂດຊຸມຊົນເປັນຢ່າງດີ, ຍູ້ແຮງການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ. ທ່ານ ບຸຍວັນຮາຍ, ປະທານຄະນະກຳມະການແນວໂຮມປະເທດຊາດນະຄອນ ເກີນເທີ ໃຫ້ຮູ້ວ່າ:
“ສຳລັບບັນດາສະສາໜາ, ໃນໄລຍະຜ່ານມາບັນດາອົງການສະມາຄົມ, ອົງການຮັກຊາດຂອງສາສະໜາຕ່າງໆ ໄດ້ປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ, ພໍ່ແມ່ປະຊາຊົນສາສະໜາຕ່າງໆຍາມໃດກໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ “ເຮັດວຽກບ້ານການເຮືອງ ແລະ ວຽກງານສະສາໜາເປັນຢ່າງດີ”, ຮ່ວມເດີນທາງພ້ອມກັບຊາດ, ຕັ້ງໜ້າຕອບສະໜອງບັ້ນຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດຕ່າງໆ.”