ໂຄງການສົມທົບກັນປະຕິບັດງານລະຫວ່າງສະຫະພັນແຮງງານຫວຽດນາມກັບສູນກາງຊາວໜຸ່ມ

ໂຄງການສົມທົບກັນປະຕິບັດງານລະຫວ່າງສະຫະພັນແຮງງານຫວຽດນາມກັບສູນກາງຊາວໜຸ່ມ - ảnh 1
ທ່ານ Dang Ngoc Tung ປະທານ​ສະຫະພັນ​ແຮງ​ງານ​ຫວຽດນາມ
(ພາບ: google.com.vn)


(vovwold) - ຕອນ​ເຊົ້າ​ວັນ​ທີ 2/5, ຢູ່​ຮ່າ​ໂນ້ຍ, ສະຫະພັນ​​ແຮງ​ງານ​ຫວຽດນາມ​ ແລະ ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ລົງ​ນາມ​ໃນ​ໂຄງການ​ສົມທົບ​ກັນ​ປະຕິບັດ​ວຽກ​ງານ​ໄລຍະ 2012 – 2017. ຕາມນັ້ນ​ແລ້ວ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ແລະ​ອົງການ​ກຳມະບານ​ທຸກ​ຂັ້ນ​ສົມທົບ​ກັນ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ ​ແລະ ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ໄພ​ສັງຄົມ, ຢາ​ເສບ​ຕິດ​ໃນ​ໝູ່​ສະມາ​ຊິກ​ຊາວ​ໜຸ່ມ, ກຳມະກອນ, ຜູ້​ອອກ​ແຮງ​ງານ​ໜຸ່ມ, ຍູ້​ແຮງ​ວຽກ​ງານ​ໂຄສະນາ, ສຶກສາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ, ​ເບິ່ງ​ແຍງ, ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ໃຫ້​ແກ່​ສະມາຊິກ​ຊາວ​ໜຸ່ມ… ກ່າວ​ຄວາມ​ເຫັນ​ນະ​ພິທີ​ລົງ​ນາມ, ທ່ານ Dang Ngoc Tung ປະທານ​ສະຫະພັນ​ແຮງ​ງານ​ຫວຽດນາມ, ​ໃຫ້​ຮູ້​ວ່າ.

        ”​ໃນ​ໄລຍະ 2012-2017, ພວກ​ເຮົາ​ມອບ​ໜ້າ​ທີ່​ໃຫ້​ບັນດາ​ຫົວໜ່ວຍ​ທີ່​ຂຶ້ນ​ກັບ​ສອງ​ອົງການ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ຖືກຕ້ອງ​ກັບ​ເນື້ອ​ໃນ​ຂອງ​ໂຄງການ​ທີ່​ໄດ້ສົບ​ທົບ​ກັນ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ບຳລູງດ້ານ​ວັດທະນະທຳ, ວິຊາ​ສະ​ເພາະ, ສີມື​ການ​ຊ່າງ​ໃຫ້​​ແກ່ຊາວ​ໜຸ່ມ​ກຳມະກອນ, ພິ​ເສດ​ແມ່ນ​ກໍ່ສ້າງ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ໃຫ້​ແກ່​ກຳມະກອນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ສະຕິ​ຄວາມ​ຮູ້​ກ່ຽວ​ກັບ​ໜ້າ​ທີ່​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ໃຫ້​ແຕ່​ລະ​ອົງການ, ​ແຕ່​ລະ​ຫົວໜ່ວຍ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ

 

 

ຂ່າວ/ບົດ​ອື່ນ