ພາບປະກອບ |
(vovworld) – ເພື່ອແນໃສ່ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ລາຊະອານາຈັກ ອັງກິດ, ສະມາຄົມນັກສຶກສາ ຫວຽດນາມ ຢູ່ມະຫາວິທະຍາໄລ University College London (Vietsoc UCL) ຈະຈັດຕັ້ງງານບຸນ ຫວຽດນາມ ປີ 2016 (Vietfest 2016) ຢູ່ນະຄອນຫຼວງ ລອນດອນ ໃນວັນທີ 14/3 ຈະມາເຖິງ. Vietfest 2016 ແມ່ນເຫດການປະຈຳປີຂອງ Vietsoc UCL ເພື່ອແນໃສ່ຈຸດປະສົງໂຄສະນາບັນດາຈຸດດີງາມດ້ານວັດທະນະທຳ, ສິລະປະ, ອາຫານການກິນ ແລະ ຊາວ ຫວຽດນາມ ໃຫ້ປະຊາຊົນ ລອນດອນ ເວົ້າສະເພາະ ແລະ ປະເທດ ອັງກິດ ເວົ້າລວມ. ຜ່ານ Vietfest 2016, Vietsoc UCL ຢາກສົ່ງສານເຖິງບັນດານັກສຶກສາ ຫວຽດນາມ ໃນທົ່ວປະເທດກ່ຽວກັບຄວາມເອກອ້າງທະນົງໃຈວ່າຕົນແມ່ນຊາວ ຫວຽດນາມ, ຄວາມເອກອ້າງທະນົງໃຈກ່ຽວກັບວັດທະນະທຳ ຫວຽດນາມ. Vietsoc UCL ຫວັງວ່າ: ພວກເພື່ອນຈະຕັ້ງໜ້າກ່ວາໃນຄວາມມານະພະຍາຍາມແນະນຳພາບພົດຂອງບ້ານເກີດເມືອງນອນຂອງຕົນເຖິງເພື່ອນມິດສາກົນ.