(vovworld) - ໄລ່ມາຮອດວັນທີ 30/09/2013, ຫວຽດນາມ ມີຜູ້ຕິດເຊື້ອ HIV/AIDS ກວ່າ 218.000 ຄົນຍັງມີຊີວິດຢູ່; ໃນນັ້ນມີເກືອບ 66.000 ຄົນ ໄດ້ຫັນເປັນ AIDS ແລະ ກວ່າ 66.000 ຄົນເສຍຊີວິດຍ້ອນ HIV/AIDS. ຄິດສະເລ່ຍໃນ 9 ເດືອນຕົ້ນປີ 2013, ໃນທົ່ວປະເທດໄດ້ພົບເຫັນຜູ້ຕິດເຊື້ອ HIV/AIDS ຕື່ມອີກ 34 ຄົນໃນແຕ່ລະມື້. ອັດຕາຜູ້ຍິງຕິດເຊື້ອ HIV ມີທ່າເພີ່ມຂຶ້ນ; ອັດຕາຜູ້ຕິດເຊື້ອ HIV ທີ່ມີອາຍຸກ່ວາ 30 ປີຂຶ້ນໄປພວມມີທ່າອ່ຽງເພີ່ມຂຶ້ນ.
ວັນທີ 14/11, ປະລິຍາໂທ ບຸຍຮ່ວາງດຶກ, ຫ້ອງຕິດຕາມກວດກາ ຕີລາຄາ ແລະ ວິເຄາະ (ສັງກັດກົມປ້ອງກັນ, ຕ້ານເຊື້ອ HIV/AIDS) ໃຫ້ຮູ້ວ່າ, “ເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອ HIV/AIDS” ປີ 2013 (ແຕ່ວັນທີ 10/11 – 10/12) ດ້ວຍຫົວຂໍ້ວ່າ “ມຸ່ງໄປເຖິງບໍ່ມີກໍລະນີຕິດເຊື້ອ HIV/AIDS ໃໝ່” ໄດ້ສຸມໃສ່ການເຄື່ອນໄຫວຕ່າງໆຄື: ຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາກ່ຽວກັບການເພີ່ມທະວີມາດຕະການເພື່ອສະກັດກັ້ນການຕິດແປດ HIV ໃຫ້ບັນດາຜູ້ທີ່ມີໄພຕິດເຊື້ອ HIV ສູງ; ພົບປະຜູ້ຕິດຕິດເຊື້ອ HIV ເພື່ອໂຄສະນາ, ຂົນຂວາຍເຂົາເຈົ້າສຳພັດກັບບັນດາການບໍລິການສຳຮອງ, ເບິ່ງແຍງ ແລະ ປິນປົວພະຍາດໃຫ້ເຂົາເຈົ້າ .