ໂອ້ລົມສົນທະນາກ່ຽວກັບສັນຍາການຄ້າເສລີຫວຽດນາມ-ອີຢູຢູ່ແບນຊິກ
ທ່ານ Mauro Petriccione, ຫົວໜ້າຄະນະເຈລະຈາ ອີຢູ
ກ່າວຄຳເຫັນທີ່ກອງປະຊຸມ
(vovworld) – ວັນທີ 19/5, ຢູ່ສຳນັກງານລັດຖະສະພາເຂດ Flamand, ອົງການສະຫະພັນແບນຊິກ-ຫວຽດນາມ (BVA) ໄດ້ຈັດຕັ້ງການໂອ້ລົມສົນທະນາ ກ່ຽວກັບສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີລົບ (EVFTA). ຫວຽດນາມ-ອີຢູ ພວມຢູ່ໃນໄລຍະສຸດທ້າຍຂອງການເຈລະຈາ ກ່ຽວກັບສັນຍາການຄ້າເສລີ ເພື່ອແນໃສ່ກ້າວໄປສູ່ການລົງນາມໃນສັນຍາດັ່ງກ່າວໃນໄລຍະຈະມາເຖິງໂດຍໄວ. ທີ່ການໂອ້ລົມສົນທະນາ, ທ່ານ Mauro Petriccione, ຫົວໜ້າຄະນະເຈລະຈາ ອີຢູ ໃຫ້ຮູ້ວ່າ: ມາຮອດປະຈຸບັນໃນວິວັດທະນາການເຈລະຈາ, ບັນດາຂົງເຂດເຊິ່ງ 2 ຝ່າຍສາມາດບັນລຸໄດ້ນັ້ນແມ່ນ: ເຄື່ອງເຟີນີເຈີ, ການບໍລິການ, ການລົງທຶນ, ຮົ້ວກີດຂວາງດ້ານພາສີອາກອນ, ກຳລັງແກ່ງແຍ້ງ ແລະ ພັດທະນາແບບຢືນຢົງ. ທ່ານກໍຕີລາຄາສູງພື້ນຖານເສດຖະກິດ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ພັດທະນາເປັນຢ່າງດີ ແລະ ມີແງ່ຫວັງຫຼາຍຢ່າງໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນບັນດານັກລົງທຶນທີ່ມາຈາກ ເອີລົບ. ສ່ວນທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ໄດ້ເຕື້ອງເຖິງບັນດາຜົນປະໂຫຍດ ເຊິ່ງ EVFTA ຈະນຳມາໃຫ້ພື້ນຖານເສດຖະກິດ ຫວຽດນາມ ແລະ ອີຢູ ຄື: ສ້າງຕະຫຼາດ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດເປັນສະຫງົບປົກກະຕິ, ຊຸກຍູ້ການເຕີບໂຕເສດຖະກິດສູງໃຫ້ແກ່ 2 ຝ່າຍ. ພ້ອມກັນນັ້ນ, EVFTA ສາມາດຊ່ວຍ ອີຢູ ສ້າງຄວານດຸນດຽງການຄ້າກັບ ຫວຽດນາມ, ຊຸກຍູ້ວົງເງິນການຄ້າ 2 ສົ້ນຜ່ານການຫັນການຄ້າເປັນເສລີ ແລະ ແຊກຊຶມກັບຕະຫຼາດ.