ໃກ້ຈະດຳເນີນກອງປະຊຸມກຸ່ມນັກຊ່ຽວຊານADMM+ກ່ຽວກັບການກະທຳລູກລະເບີດມະນຸດສະທຳຄັ້ງທີ4
ທ່ານພົນຈັດຕະວາ ໂຮ່ບ໋າວີ້ງ ກ່າວຄຳເຫັນທີ່ການປະຊຸມຂ່າວ
|
(vovworld) – ໃກ້ຈະດຳເນີນກອງປະຊຸມກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການກະທຳລູກລະເບີດມະນຸດສະທຳຄັ້ງທີ 4 - ນີ້ແມ່ນຂໍ້ມູນຂ່າວຢ່າງເປັນທາງການໂດຍຜູ້ຕາງໜ້າບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດໃຫ້ຮູ້ວ່າທີ່ການພົບປະກັບສື່ມວນຊົນໂດຍກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຈັດຕັ້ງໃນຕອນບ່າຍວັນທີ 18/10, ຢູ່ຮ່າໂນ້ຍ. ກອງປະຊຸມໂດຍກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ອິນເດຍ ເປັນປະທານຮ່ວມ, ເພື່ອແນໃສ່ສະຫລຸບການເຄື່ອນໄຫວຂອງກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການກະທຳລູກລະເບີດມະນຸດສະທຳ ອາຍຸການ 2014 – 2017, ປຶກສາຫາລືກຳນົດທິດເຄື່ອນໄຫວຂອງກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການກຳທະລູກລະເບີດມະນຸດສະທຳ ໄລຍະ 2017 – 2020. ກອງປະຊຸມກໍ່ຈະມອບ ຕຳແໜ່ງເປັນປະທານຮ່ວມກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການກະທຳລູກລະເບີດມະນຸດສະທຳ ໄລຍະ 2017 – 2020 ໃຫ້ແກ່ປະເທດລາວ ແລະ ສະຫະພັນລັດເຊຍ.
ກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການເຄື່ອນໄຫວລູກລະເບີດມະນຸດສະທຳ ໂດຍລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ຮັບຮອງເອົາທີ່ກອງປະຊຸມ ADMM ຄັ້ງທີ 7 (ເດືອນ 5/2013) ແລະ ກອງປະຊຸມ ADMM+ ຄັ້ງທີ 2 (ເດືອນ 8/2013) ຢູ່ ບຣູໄນ. ໜ້າທີ່ຂອງກຸ່ມນັກຊ່ຽວຊານນີ້ແມ່ນເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດສະມາຊິກໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ວັດຖຸລະເບີດ ທີ່ຍັງຕົກຄ້າງພາຍຫຼັງສົງຄາມ, ການປະທະກັນ. ເພື່ອຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມ, ຫວຽດນາມ ແລະ ອິນເດຍ ໄດ້ສ້າງແຜນການເຄື່ອນໄຫວຂອງກຸ່ມໄລຍະ 2014 – 2017 ແລະ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຢ່າງແທດຈິງ, ມີປະສິດທິຜົນ.