ໃຫ້ສັດຕະຍາບັນສັນຍາຫຼີກລ້ຽງການເກັບພາສີຊ້ອນສຳລັບ ກຳປູເຈຍ
(VOVWORLD) - ລັດຖະບານໄດ້ມອບໃຫ້ກະຊວງການເງິນຮັບຜິດຊອບ ແລະ ສົມທົບກັບບັນດາກະຊວງ, ອົງການກ່ຽວຂ້ອງຝ່າຍ ຫວຽດນາມ ແລະ ຝ່າຍ ກຳປູເຈຍ ຈັດຕັ້ງຜັນຂະຫຍາຍສັນຍານີ້.
ລັດຖະບານ ຫວຽດນາມ ຫາກໍ່ໃຫ້ສັດຕະຍາບັນ “ສັນຍາລະຫວ່າງລັດຖະບານ ສສ ຫວຽດນາມ ແລະ ລັດຖະບານລາຊະອານາຈັກ ກຳປູເຈຍ ກ່ຽວກັບການຫຼີກລ້ຽງການເກັບພາສີຊ້ອນ ແລະ ສະກັດກັ້ນການໜີພາສີສຳລັບອາກອນລາຍຮັບ.”
ລັດຖະບານໄດ້ມອບໃຫ້ກະຊວງການເງິນຮັບຜິດຊອບ ແລະ ສົມທົບກັບບັນດາກະຊວງ, ອົງການກ່ຽວຂ້ອງຝ່າຍ ຫວຽດນາມ ແລະ ຝ່າຍ ກຳປູເຈຍ ຈັດຕັ້ງຜັນຂະຫຍາຍສັນຍານີ້.