( vovworld ) – ຕອນເຊົ້າວັນທີ 7/5, ກອງປະຊຸມຄັ້ງທີ 5, ຄະນະບໍລິຫານງານສູນກາງພັກຊຸດທີ 11 ຖືກໄຂຂຶ້ນຢູ່ສຳນັກງານສູນກາງພັກກອມມູນິດຫວຽດນາມ. ກອງປະຊຸມຄັ້ງນີ້ຄາດວ່າຈະດຳເນີນແຕ່ວັນທີ 7 – 15/5 , ເຊິ່ງຈະປຶກສາຫາລືການສະຫຼຸບວຽກງານປະຕິບັດລັດຖະທຳມະນູນປີ 1992 ທີ່ໄດ້ຮັບການປັບປຸງເພີ່ມເຕີມເມື່ອປີ 2011 ແລະ ບາງເນື້ອໃນພື້ນຖານຕ້ອງໄດ້ຮັບການປັບປຸງ ແລະ ເພີ່ມເຕີມໃນລັດຖະທຳມະນູນປີ 1992; ສະຫຼຸບການປະຕິບັດມະຕິສູນກາງຄັ້ງທີ 7 ຊຸດທີ 9, ສືບຕໍ່ປ່ຽນໃໝ່ນະໂຍບາຍດ້ານກົດໝາຍວ່າດ້ວຍທີດິນໄລຍະຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ. ກອງປະຊຸມກໍຈະປຶກສາຫາລື, ພິຈາລະຈາວາງອອກໃໝ່ມິຕິສະເພາະຫົວເລື່ອງກ່ຽວກັບບາງບັນຫາດ້ານນະໂຍບາຍສັງຄົມໄລຍະ 2012 – 2020, ໃນນັ້ນສຸມໃສ່ເຂົ້າໃນບັນດາເປົ້າໝາຍນະໂຍບາຍ ແລະ ຮັບປະກັນຊີວິດສັງຄົມ. ກອງປະຊຸມສູນກາງຄັ້ງທີ 5 ຍັງລາຍງານ ແລະ ປຶກສາຫາລືສະຫຼຸບ 5 ປີແຫ່ງການປະຕິບັດມະຕິສູນກາງຄັ້ງທີ 3 ຊຸດທີ 10 ເພີ່ມທະວີການຊີ້ນຳຂອງພັກທີ່ມີຕໍ່ວຽກງານປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ປັບປຸງອົງການຈັດຕັ້ງຍົກສູງຄຸນນະພາບການເຄື່ອນໄຫວຂອງຄະນະຊີ້ນຳສູນກາງກ່ຽວກັບການຕ້ານໄພສໍ້ລາດບັງຫຼວງໃຫ້ສຳເລັດ.
ແລະກໍ່ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ຈະໃຫ້ຄຳຄິດຄຳເຫັນໂດຍກົງເຂົ້າໃນເອກະສານກ່ຽວກກັບບັນດາບົດລາຍງານວຽກງານສຳຄັນຂອງກົມການເມືອງ ເຊິ່ງໄດ້ແກ້ໄຂແຕ່ກອງປະຊຸມສູນກາງຄັ້ງທີ 4 ຫາກອງປະຊຸມສູນກາງຄັ້ງທີ 5, ຮັບຟັງບົດລາຍງານກ່ຽວກັບສະພາບເສດຖະກິດສັງຄົມໃນ 4 ເດືອນຕົ້ນປີ 2012.