ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ 11
(ພາບ: VGP)
(vovworld) – ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ 11 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 5/10 ຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ເປັນປະທານກອງປະຊຸມ. ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືບັນດາບັນຫາທີ່ສູນກາງພັກມີຄວາມສົນໃຈໃນວິວັດການປຶກສາຫາລື, ພິຈາລະນາ, ຕົກລົງ. ກ່ຽວກັບສະພາບການເສດຖະກິດສັງຄົມ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີວ່າ.
“ເອົາໃຈໃສ່ໄຈ້ແຍກ, ຕີລາຄາການກະທົບຈາກການຜັນແປຜິດປົກກະຕິໃນໂລກ ແລະ ໃນພາກພື້ນສຳລັບເສດຖະກິດ - ສັງຄົມຫວຽດນາມ, ພິເສດແມ່ນຜົນກະທົບຈາກສະພາບການໂລກຟື້ນຟູຢ່າງຊັກຊ້າ, ເສດຖະກິດຫຼາຍປະເທດໃຫຍ່ພວມປະສົບກັບຄວາມຫຍຸ້ງຍາກ ແລະ ການຕົກລາຄາຂອງນ້ຳມັນດິບໃນໂລກ ກໍຄືເງິນຢວນ ແລະ ສະກຸນເງິນຂອງຫຼາຍປະເທດຖືກອ່ອນຕົວລົງ. ໄຈ້ແຍກ, ຄາດຄະເນສະພາບການໃນຊຸມເດືອນທ້າຍປີ 2015 ແລະ ປີ 2016, ພິເສດແມ່ນທ່າອ່ຽງການປ່ຽນແປງຂອງຕະຫຼາດໂລກ ແລະ ສະພາບຕົວຈິງຂອງປະເທດຊາດ ທີ່ພວມເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນຢ່າງເລິກເຊິ່ງ, ກວ້າງຂວາງ. ຈາກນັ້ນ, ວາງອອກເປົ້າໝາຍສັງລວມ, ບາງເປົ້າໝາຍ, ຄາດໝາຍຕົ້ນຕໍ່ ແລະ ບັນດາໜ້າທີ່, ມາດຕະການສຳຄັນທີ່ຄວນສຸມໃສ່ໃຫ້ບຸລິມາສິດຊີ້ນຳ, ນຳພາການປະຕິບັດ, ສ້າງການຫັນປ່ຽນຢ່າງຕັ້ງໜ້າ, ມີລັກສະນະບຸກທະລຸໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມປີ 2016 ແລະ ໃນຊຸມປີຕໍ່ໄປ”.
ກ່ຽວກັບວຽງການກະກຽມບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 11, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ.
“ທີ່ກອງປະຊຸມຄັ້ງນີ້, ກົມການເມືອງໄດ້ຍືນສະເໜີໝາກຜົນແນະນຳບຸກຄະລາກອນ ຜ່ານ 2 ຮອບຂອງຄະນະພັກ, ອົງການຈັດຕັ້ງພັກ, ບັນດາອົງການ, ຫົວໜ່ວຍຂຶ້ນກັບສູນກາງ. ອີງໃສ່ໝາກຜົນກອງປະຊຸມສູນກາງພັກຄັ້ງນີ້, ກົມການເມືອງ ຈະຊີ້ນຳການປະຕິບັດການກະກຽມ, ສ້າງເອກະສານໃຫ້ສຳເລັດ, ພິຈາລະນາແຕ່ລະກໍລະນີຢ່າງລະອຽດ, ຕົກລົງທີ່ບັນດາກອງປະຊຸມຄັ້ງຕໍ່ໄປ. ກໍຢູ່ທີ່ກອງປະຊຸມນີ້, ເປັນຄັ້ງທຳອິດທີ່ກົມການເມືອງຍື່ນສະເໜີຕໍ່ສູນກາງບົດລາຍງານ ກ່ຽວກັບວຽກງານກະກຽມບຸກຄະລາກອນກົມການເມືອງ, ຄະນະເລຂາສູນກາງ ແລະ ບັນດາຕຳແໜ່ງການນຳຫຼັກແຫຼ່ງ. ເປັນເອກະພາບຢ່າງສູງກ່ຽວກັບບັນຫານີ້ ຈະເປັນພື້ນຖານສຳຄັນຍິ່ງ ເພື່ອໃຫ້ສູນກາງພັກປຶກສາຫລື ແລະ ຕົກລົງບຸກຄະລາກອນລະອຽດຢູ່ທີ່ບັນດາກອງປະຊຸມສູນກາງພັກຄັ້ງຕໍ່ໄປ”.
ທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ ສະເໜີສູນກາງພັກປຶກສາຫາລື, ພິຈາລະນາ, ຕົກລົງບັນດາບັນຫາທີ່ຍົກອອກໃນແຜນຮ່າງ ແລະ ໃບສະເໜີ ເພື່ອມີພື້ນຖານໃຫ້ແກ່ການຊີ້ນຳ, ນຳພາຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ການເລືອກຕັ້ງສະພາປະຊາຊົນທຸກຂັ້ນ, ອາຍຸການ 2016-2021 ໃຫ້ສຳເລັດຜົນ. ເນັ້ນໜັກເນື້ອໃນລາຍການກອງປະຊຸມສູນກາງພັກຄັ້ງນີ້ແມ່ນລວບລວມບັນດາ ເນື້ອໃນພື້ນຖານ ແລະ ສຳຄັນທີ່ສຸດ, ທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ ສະເໜີສູນກາງພັກສຸມໃສ່ຄົ້ນຄ້ວາ, ປຶກສາຫາລື, ໃຫ້ໃຫ້ຄຳເຫັນ ເພື່ອສືບຕໍ່ປັບປຸງ ແລະ ພິຈາລະນາ, ຕົກລົງໃນທ້າຍກອງປະຊຸມ.
ຕາມລາຍການ, ກອງປະຊຸມສູນກາງພັກຄັ້ງທີ 12 (ຊຸດທີ 11) ຈະຖືກອັດລົງໃນວັນທີ 11/10.