ໄຂກອງປະຊຸມລັດຖະມົນຕີໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ
ກອງປະຊຸມ ASEAN – TELMIN 13
(ພາບ: Vietnam+)
(vovworld) - ກອງປະຊຸມລັດຖະມົນຕີໂທລະຄົມ ແລະ ເຕັກໂນໂລຊີຂໍ້ມູນອາຊຽນ (ASEAN - TELMIN) ຄັ້ງທີ 13 ຖືກດຳເນີນໂປໃນວັນທີ 14/11, ຢູ່ສິງກະໂປ, ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 10 ປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ໂດຍທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເລນາມທັ໋ງ ນຳໜ້າ. ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ປະຊາຄົມ, ພ້ອມກັນສ້າງແງ່ຫວັງ”, ASEAN – TELMIN 13 ໃຫ້ຄຳໝັ້ນສັນຍາຈະນຳເຕັກໂນໂລຊີຂໍ້ມູນຂ່າວສານກາຍເປັນພາຫະນະຫຼັກແຫຼ່ງໃນບັນດາຄວາມມານະພະຍາຍາມຂອງອາຊຽນ ເພື່ອແນໃສ່ພັດທະນາເສດຖະກິດ, ສັງຄົມ ແລະ ເພີ່ມທະວີການເຊື່ອມໂຍງ. ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ກວດຄືນແຜນສັງລວມກ່ຽວກັບການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານໃນອາຊຽນ ເພື່ອມຸ່ງໄປເຖິງການສ້າງຕັ້ງປະຊາຄົມລວມໃນປີ 2015, ພ້ອມທັງປຶກສາຫາລືມາດຕະການເພື່ອໃຫ້ເຕັກໂນໂລຊີຂໍ້ມູນຂ່າວສານນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງກວ່າໃຫ້ແກ່ປະຊາຄົມໃນພາກພື້ນ.