ໄຂກອງປະຊຸມສົນທະນາAPECກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານແລະເສດຖະກິດຂຽວ
(ພາບປະກອບ)
(vovworld) – ວັນທີ 4/10, ບັນດາລັດຖະມົນຕີຂອງ 21 ພື້ນຖານເສດຖະກິດສະມາຊິກຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ເຂົ້າຮ່ວມການສົນທະນານະໂຍບາຍຂັ້ນສູງ APEC ຊຶ່ງດຳເນີນຢູ່ນະຄອນ Iloilo, ປະເທດ ຟີລິບປິນ, ເພື່ອແນໃສ່ຊຸກຍູ້ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເສດຖະກິດຂຽວໃນພາກພື້ນ. ກ່າວຄຳເຫັນທີ່ພິທີໄຂເວທີປາໄສທີ່ແກ່ຍາວເປັນເວລາ 2 ວັນ, ທ່ານລັດຖະມົນຕີວ່າການປະຊວງສິ່ງແວດລ້ອມ ຟີລິບປິນ Ramon Paje ເນັ້ນໜັກວ່າ: ເວທີປາໄສແມ່ນກາລະໂອກາດເພື່ອປຶກສາຫາລື ແນໃສ່ເພີ່ມທະວີການຄຸ້ມຄອງ ແລະ ປົກປັກຮັກສາບັນດາລະບົບຊີວະພາບ, ສິ່ງແວດລ້ອມທະເລ ແລະ ແຄມທະເລ ກໍຄືຮັບປະກັນການສະໜອງສະບຽງອາຫານໃຫ້ໝັ້ນຄົງ. ທ່ານລັດຖະມົນຕີ Ramon Paje ເຊື່ອໝັ້ນວ່າ: ຂໍ້ສະເໜີກ່ຽວກັບການກະທຳຂອງການສົນທະນານະໂຍບາຍຂັ້ນສູງ APEC ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເສດຖະກິດຂຽວຈະໄດ້ຮັບການຮັບຮອງເອົາ ເມື່ອເວທີປາໄສອັດລົງ.