ໄຂຄ້າຍພັກແລ້ງເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ,ລາວ, ກຳປູເຈຍ

(VOVWORLD) -ຕອນເຊົ້າວັນທີ 31 ກໍລະກົດ ຢູ່ ນະຄອນ ໂຮ່ຈິມີນ ໄດ້ໄຂຄ້າຍພັກແລ້ງເຍົາວະຊົນ ອະນຸຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ຄັ້ງທີ 5 ປີ 2018. 

ໄຂຄ້າຍພັກແລ້ງເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ,ລາວ, ກຳປູເຈຍ - ảnh 1ໄຂຄ້າຍພັກແລ້ງເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ,ລາວ, ກຳປູເຈຍ

(ພາບ: TTXVN)

ຄ້າຍພັກແລ້ງປີນີ້ ໄດ້ດຶງດູດເຍົາວະຊົນອະນຸຊົນ 205 ຄົນ ແລະ ພະນັກງານຄຸ້ມຄອງ 41 ຄົນ ແມ່ນບັນດາແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ການເຄື່ອນໄຫວຂະບວນການເຍົາວະຊົນອະນຸຊົນຂອງສາມປະເທດ. ຄ້ານພັກແລ້ງເຍົາວະຊົນອະນຸຊົນ ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອ ຊື່ງໄດ້ຈັດຕັ້ງ 2 ປີເທື່ອຫນຶ່ງ ດ້ວຍຈຸດປະສົງຮັດແຫນ້ນຄວາມສາມັກຄີ, ມິດຕະພາບ ແລະ ສ້າງໂອກາດເພື່ອໃຫ້ພວກນ້ອງນ້ອຍສາມປະເທດໄດ້ພົບປະແລກປ່ຽນນຳກັນ. ຄ້າຍພັກແລ້ງປີນີ້ ດຳເນີນແຕ່ວັນທີ 31 ກໍລະກົດຫາວັນທີ 4 ສິງຫາ.

 

ຕອບກັບ

ຂ່າວ/ບົດ​ອື່ນ