Techmart Hanoi 2016
|
(vovworld)- ຕະຫລາດເຕັກໂນໂລຊີແລະອຸປະກອນຮ່າໂນ້ຍປີ 2016 (Techmart Hanoi) ດ້ວຍຫົວຂໍ້ “ວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫລວງ ເປັນເຈົ້າການໃນການຮ່ວມສຳພັນພ້ອມກັນການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 28/9 ຢູ່ ຮ່າໂນ້ຍ. Techmart Hanoi ປີ 2016 ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງ ເພື່ອແນໃສ່ປະກອບສ່ວນພັດທະນາຕະຫລາດວິທະຍາສາດ ແລະ ເຕັກໂນໂລຊີນະຄອນຫລວງ ໄລຍະໃຫມ່. ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າໄຂງານຕະຫລາດນັດດັ່ງກ່າວ.
ເຂົ້າຮ່ວມ Techmart Hanoi ມີກວ່າ 400 ຫົວຫນ່ວຍ, ໃນນັ້ນ ມີຮ້ານວາງສະແດງສິນຄ້າຂອງຕ່າງປະເທດ 50 ຮ້ານ. ໃນໄລຍະດຳເນີນ Techmart Hanoi ຈະຈັດກອງປະຊຸມສຳມະນາແນະນຳກົນໄກນະໂຍບາຍຫນູນຊ່ວຍໃຫ້ແກ່ບັນດາວິສາຫະກິດພັດທະນາ, ການພົບປະສົນທະນາແລກປ່ຽນບົດຮຽນກ່ຽວກັບປະສິດທິຜົນການໝູນໃຊ້ເຕັກໂນໂລຊີຂອງບັນດາວິສາຫະກິດ ແລະ ຊາວກະສິກອນ.