ໄຂງານຕະຫຼາດນັດການຄ້າ-ການບໍລິການ-ການທ່ອງທ່ຽວຫວຽດນາມ-ກຳປູເຈຍ

ໄຂງານຕະຫຼາດນັດການຄ້າ-ການບໍລິການ-ການທ່ອງທ່ຽວຫວຽດນາມ-ກຳປູເຈຍ - ảnh 1
ພິທີໄຂງານຕະຫຼາດນັດ

(vovworld) - ​ງານ​ຕະຫຼາດ​ນັດການ​ຄ້າ - ການ​ບໍ​ລິ​ການ - ການ​ທ່ອງ​ທ່ຽວ ຫວຽດ​ນາມ - ກຳ​ປູ​ເຈຍ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ແລງວັນ​ທີ 7/5 ທີ່ ພະນົມ​ເປັນ, ກຳ​ປູ​ເຈຍ. ນີ້​ແມ່ນ​ງານ​ຕະຫຼາດ​ນັດ​ທີ່​ໄດ້​ຈັດ​ຕັ້ງ​ເປັນ​ປະ​ຈຳ​ນັບ​ແຕ່​ປີ 2010 ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽ​ດ​ນາມ ​ຍູ້​ແຮງ​ການ​ສົ່ງ​ອອກສິນ​ຄ້າ​ໄປຍັງ​ຕະຫຼາດ ກຳ​ປູ​ເຈຍ. ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ຄັ້ງ​ນີ້​ມີກວ່າ 200 ຮ້ານ​​ສິນ​ຄ້າ​ຂອງ ວິ​ສາ​ຫະ​ກິດ 110 ແຫ່ງ. ບັນ​ດາ​ສິນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ ຫວຽດ​ນາມ ໄດ້​ນຳ​ມາ​ສະ​ເໜີຕໍ່​ຜູ້​ບໍ​ລິ​ໂພກ, ອຸ​ປະ​ໂພກ​ ກຳ​ປູ​ເຈຍ ຄື: ​ທັນ​ຍາ​ຫານ, ສະ​ບຽງ​ອາ​ຫານ, ເຄືອງ​ໃຊ້​ດ້ວຍຢາງ, ເຄື່ອງ​ຕັດ​ຫຍິບ, ​ເກີບ​ໜັງ, ເຄື່ອງຫັດຖະ​ກຳ​ສິ​ລະ​ປະ….

    ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຊ​ງານ​ຕະຫຼາດ​ນັດ, ທ່ານ Kim Si Thon ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ກຳ​ປູ​ເຈຍ ຕີ​ລາ​ຄາ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ພ​ົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ ກຳ​ປູ​ເຈຍ ແລະ ຫວຽດ​ນາມ ໃນ​ຊຸມ​ປີ​ຜ່ານ​ມາ:

     “ກຳ​ປູ​ເຈຍ ຖື ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ສອງ​ຝ່າຍສຳ​ຄັນ​ຢູ່​ໃນ​ພາກ​ພື້ນ. ສາຍ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນໃນ​ໄລ​ຍະ​ຜ່ານ​ມາ ຢ່າງ​ບໍ່​ຢຸດຢັ້ງ​. ຄຸ​ນ​ຄ່າ​ດ້ານ​ການຄ້​າ​ເຕີບ​ໂຕ​ຢ່າງ​ລຽນ​ຕິດໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນ​ຄົງ​ໃນ​ການ​ພົວ​ພັນ​ດ້ານ​ການ​ຄ້າ, ນ້ຳ​ໃຈມິດ​ຕະ​ພາບອັນ​ຍາວ​ນານລະ​ຫວ່າງ ກຳ​ປູ​ເຈຍ ແລະ ຫວຽດ​ນາມ”.

      ໃນ​ຂອບ​ເຂດ​ຂອງ​ງານ​ຕະຫຼາດ​ນັດ, ກໍ່​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ຄ້າ - ການ​ລົງ​ທຶນ, ເຊື່ອມ​ຕໍ່​​ການດຳ​ເນີນ​ທຸ​ລະ​ກິດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂອງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເກືອບ 200 ແຫ່ງ. ຄຽງ​ຂ້າງນັ້ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວສຳຫຼວດ ແລະ ເປີດກວ້າງ​ຕະຫຼາດ.


ຂ່າວ/ບົດ​ອື່ນ