ການສະແດງສິລະປະໃນງານບຸນ
(ພາບ: Minh Đức - TTXVN)
|
(vovworld) – ງານບຸນດອກຝາງແດງຄັ້ງທີ 4 ດ້ວຍຫົວຂໍ້ວ່າ “ຫາຍຟ່ອງ - ບົດເພງວິລະຊົນແຫ່ງ 60 ປີ” ໄຂຂຶ້ນໃນຕອນຄ່ຳວັນທີ 9/5. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໃຫຍ່ສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນ (13/5/1955 – 13/5/2015). ງານບຸນດອກຝາງແດງຄັ້ງທີ 4 ໄດ້ວາດພາບການຕໍ່ສູ້ທີ່ອົງອາດກ້າຫານຂອງປະຊາຊົນນະຄອນ ຫາຍຟ່ອງ ໃນການຕໍ່ຕ້ານ 2 ຄັ້ງ ແລະ ບັນດາຜົນງານໃນໄລຍະປ່ຽນໃໝ່. ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ເລວັນແທ່ງ ຢັ້ງຢືນວ່າ: ດ້ວນຈຸດໝາຍກໍ່ສ້າງນະຄອນ ຫາຍຟ່ອງ ກາຍເປັນນະຄອນທ່າກຳປັ່ນຂຽວ, ສີວິໄລ, ທັນສະໄໝ, ໃນໄລຍະຈະມາເຖິງ, ຫາຍຟ່ອງສືບຕໍ່ມີບັນດາການປະຕິຮູບກະໂດດຂັ້ນ, ດຶງດູດບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ສ້າງກົນໄກສະດວກພັດທະນາການຜະລິດ ດຳເນີນທຸລະກິດ, ຍົກສູງຄຸນນະພາບການບໍລິຫານລັດ…