ໄຂງານບຸນຕ໋ານວຽນເຊີນແທງແລະໄຂປີທ່ອງທ່ຽວບາວີ2016

ໄຂງານບຸນຕ໋ານວຽນເຊີນແທງ
ພາບ:TTXVN
|
(vovworld)- ຕອນເຊົ້າວັນທີ 21/2, ງານບຸນ ຕ໋ານວຽນເຊີນແທງ ປີ 2016 ໂດຍຄະນະກຳມະການປະຊາຊົນເມືອງ ບາວີ ຈັດຕັ້ງໄດ້ໄຂຂຶ້ນຢູ່ ວິຫານ ຫ້າ ຕາແສງ ມີງກວາງ. ນະທີ່ນີ້ ເມືອງ ບາວີ ກໍໄດ້ໄຂປີທ່ອງທ່ຽວ ບາວີ 2016 ຂຶ້ນ. ງານບຸນດັ່ງກ່າວແມ່ນຕິດພັນກັບກຸ່ມປູຊະນີຍະສະຖານວິຫານ ເທື້ອງ, ວິຫານຈູງ ແລະ ວິຫານຫ້າ ຊື່ງໄດ້ຈັດຕັ້ງປະຈຳປີ. ເມືອງບາວີ ກໍພວມກໍ່ສ້າງງານບຸນ ຕ໋ານວຽນເຊີນແທງ ກາຍເປັນງານບຸນລະດັບເຂດແລະ ແມ່ນສະຖານທີ່ເພື່ອໃຫ້ປະຊາຊົນໃນທຸກແຖບຖິ່ນຂອງປະເທດຊາດ ມາຢ້ຽມຢາມ.
ພ້ອມກັບລະບົບປູຊະນີຍະສະຖານປະຫວັດສາດວັດທະນະທຳເປັນຈຳນວນຫລວງຫລາຍ, ງານບຸນພື້ນເມືອງທີ່ເປັນເອກະລັກສະເພາະຫລາຍສົມຄວນ ພ້ອມກັບທິວທັດທຳມະຊາດສວຍງາມ, ໃນຫລາຍປີຜ່ານມາ ເມືອງບາວີ ກໍໄດ້ຕັ້ງຫນ້າລົງທຶນພື້ນຖານໂຄງລ່າງການທ່ອງທ່ຽວ, ເພີ່ມທະວີວຽກງານຄຸ້ມຄອງກ່ຽວກັບການທອ່ງທ່ຽວ, ໂຄສະນາ, ສົ່ງເສີມການທ່ອງທ່ຽວ. ປີ 2016, ເມືອງບາວີ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ 2,6 ລ້ານເທື່ອຄນ, ລາຍຮັບຈາກຂະແຫນງທ່ອງທ່ຽວບັນລຸ 250 ຕື້ດົງ.