ງານມະຫາກຳກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 17 ຢູ່ອິນໂດເນເຊຍ
(ພາບ: vietnamplus.vn)
(vovworld) – ພິທີໄຂງານມະຫາກຳກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 17 ດຳເນີນໃນຕອນຄໍ່າວັນທີ 10/12, ຢູ່ Palembang, ປະເທດອິນໂດເນເຊຍ. ມີພະນັກງານ, ຄູຝຶກສອນ, ນັກກິລາ ເກືອບ 3.000 ຄົນ ທີ່ມາຈາກ 11 ປະເທດໃນພາກພື້ນຄື: ອິນໂດເນເຊຍ, ຟິລິບປີນ, ໄທ, ມຽນມາ, ກຳປູເຈຍ, ສິງກະໂປ, ຫວຽດນາມ, ບຣູໄນ, ມາເລເຊຍ, ລາວ ແລະ ຕີມໍຕາເວັນອອກ.
ດ້ວຍຫົວຂໍ້ວ່າ “ຫົວໃຈໜຶ່ງ, ອາຊຽນດຽວ”, ພິທີໄຂງານມະຫາກຳກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 17 ດຳເນີນໄປຢ່າງຟົດຟື້ນ ແລະ ເຂັນຂົ້ນໄປດ້ວຍສີສັນວັດທະນະທຳອິນໂດເນເຊຍ.
ທີ່ງານມະຫາກຳກິລາ, ບັນດາທິມ, ນັກກິລາຈະເຂົ້າຮ່ວມການແຂ່ງຂັນກິລາ 20 ປະເພດ, ດ້ວຍຫຼຽນລາງວັນ 225 ຊຸດ. ຄະນະນັກກິລານັກສຶກສາຫວຽດນາມ ມີນັກກິລາ 50 ຄົນເຂົ້າຮ່ວມການແຂ່ງຂັນກິລາ 6 ປະເພດຄື: ແລ່ນແລະລານ, ລອຍນ້ຳ, ປິ່ງປ່ອງ, ເຕກອນໂດ, ກາຣາເຕໂດ, ໝາກເສິກ… ຕອນເຊົ້າວັນທີ 11/12, ທິມ ກາຣາເຕໂດ ຂອງຫວຽດນາມ ໄດ້ກ້າວເຂົ້າສູ່ມື້ແຂ່ງຂັນທຳອິດ.