ທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເວືອງຢີບຽນມອບດອກໄມ້ໃຫ້ບັນດານັກຜະລິດຮູບເງົາ |
(vovworld)- ຕອນຄຳວັນທີ 18/12, ຢູ່ຮ່າໂນ້ຍ, ໄດ້ໄຂງານມະໂຫລານຮູບເງົາອີນເດຍ ອັນໄດ້ດຶງດູດນັກຜະລິດຮູບເງົາຂອງຫວຽດນາມ ແລະ ອີນເດຍກໍຄືມວນຊົນຜູ້ນິຍົມຮູບເງົາ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເວືອງຢີບຽນ ໄດ້ຢືນຢັນວ່າ :
“ວັດທະນະທຳເວົ້າລວມ ແລະ ຮູບເງົາເວົ້າສະເພາະ ແມ່ນຂົວເຊື່ອມຕໍ່ທີ່ສຳຄັນ ແລະ ມີປະສິດທິຜົນເພື່ອເຊື່ອມຕໍ່ຄວາມເຂົ້າໃຈ ແລະ ນ້ຳໃຈເພື່ອນມິດລະຫວ່າງບັນດາປະຊາຊາດ. ຜ່ານງານມະໂຫລານຄັ້ງນີ້, ຜູ້ຊົມຫວຽດນາມຈະມີໂອກາດໄດ້ຊົມ ຮູບເງົາເລື່ອງຕ່າງໆທີ່ເປັນເອກະລັກສະເພາະຂອງອີນເດຍ, ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນ 2 ປະເທດ. ງານມະໂຫລານຄັ້ງນີ້ ແມ່ນເຫດການວັດທະນະທຳທີ່ມີຄວາມໝາຍ, ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຜູ້ຊົມຫວຽດນາມເຂົ້າໃຈກ່ວາກ່ຽວກັບປະຫວັດສາດ, ວັດທະນະທຳ, ປະເທດຊາດ ແລະ ຊາວອີນເດຍເທົ່ານັ້ນ, ຫາກຍັງປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດສືບຕໍ່ພັດທະນາຢ່າງແຂງແຮງວກ່ວາອີກ”