ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ- ງາມບຸນວິຫານຮຸ່ງ |
(vovworl)- ເລີ່ມແຕ່ວັນທີ ¼( ກົງກັບວັນທີ 5/3 ຕາມຈັນທະປະຕິທິນ) ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ- ງາມບຸນວິຫານຮຸ່ງໄດ້ເລີ່ມດຳເນີນບັນດາການເຄື່ອນໄຫວວັດທະນະທຳ ສິລະປະຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ນະຄອນຫວຽດຈີ່ ແລະ ບັນດາປູຊະນີຍະສະຖານໄຫວ້ບູຊາເຈົ້າຊີວິດຮຸ່ງ ແລະ ບັນດາວິລະບຸລຸດໃນສະໄໝເຈົ້າຊີວິດຮຸ່ງ. ງານບຸນຈະແກ່ຍາວຮອດວັນທີ 6/4 ( ກົງກັບວັນທີ 10/3 ຕາມຈັນທະປະຕິທິນ). ທ່ານ ຮ່າເກ້ຊານ ປະທານຄະນະກຳມະການປະຊາຊົນແຂວງ ຟູ້ເຖາະ ໃຫ້ຮູ້ວ່າ:
“ ທີ 1 , ງານບຸນປະເພນີຢູ່ຕາມຖະໜົນທີ່ນະຄອນຫວຽດຈີ່ ແລະ ບຸນຊ່ວງເຮືອຢູ່ໜອງວັນລາງ. ທີ 2 ແມ່ນລາຍການສິລະປະໃນຄ່ຳຄືນວັນທີ 5/3 (ຕາມຈັນທະປະຕິທິນ) . ພ້ອມກັນນັ້ນ ກໍຍັງມີບັນດາການເຄື່ອນໄຫວຄື ງານຕະຫຼາດນັດເຈົ້າຊີວິດຮຸ່ງ, ການວາງສະແດງຕົ້ນໄມ້ປະດັບ, ງານຕັ້ງຄ້າຍວັດທະນະທຳ, ການປະກວດຂັບຊວານ ແລະ ຂັບລຳພື້ນເມືອງຟູ້ເຖາະ…..”