ໄຂຊຸມວັນຫວຽດນາມຢູ່ອັກຊັງຕີນ
ທ່ານ ຮ່ວາງຕວນແອງ, ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ
ພາບ: internet
|
(vovworld)- ຊຸມວັນຫວຽດນາມຢູ່ ອັກຊັງຕີນ ໄດ້ຖືກໄຂຂຶ້ນໃນວັນທີ 19/9 ຢູ່ ນະຄອນຫລວງ Buenos Aires ໃນຂອບເຂດບັນດາການເຄື່ອນໄຫວສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດ (25/10/1973-25/10/2013). ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມພິທີດັ່ງກ່າວ ໂດຍທ່ານ ຮ່ວາງຕວນແອງ, ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ ນຳຫນ້າ, ພວມຢູ່ຢ້ຽມຢາມອັກຊັງຕີນ. ກ່າວຄຳເຫັນນະທີ່ນີ້, ທ່ານ Jorge Coscia ລັດຖະມົນຕີກະຊວງວັດທະນະທຳ ອັກຊັງຕີນ ເນັ້ນຫນັກວ່າ: ອັກຊັງຕີນ ແລະ ຫວຽດນາມ ສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດ ແມ່ນກົງກັບຈຸດເວລາການພົວພັນລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ ພວມຢູ່ໃນໄລຍະພັດທະນາອັນດີງາມ, ພ້ອມທັງຢືນຢັນ: ຊຸມວັນ ຫວຽດນາມ ຢູ່ ອັກຊັງຕີນ ຈະປະກອບສວ່ນຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທີ່ການພົບປະ ແລະ ເຮັດວຽກກັບລັດຖະມົນຕີ ວັດທະນະທຳ Jorge Coscia ກໍຄືບັນດາສະມາຊິກສະພາຕຳ່ ອັກຊັງຕີນ, ທ່ານລັດຖະມົນຕີ ຮ່ວາງຕວນແອງ ເນັ້ນຫນັກວ່າ ຫວຽດນາມ ປາດຖະຫນາຢາກຊຸກຍູ້ການຮ່ວມມືກັບ ອັກຊັງຕີນໃນບັນດາຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.