ໄຂວາລະປະຊຸມຄັ້ງທີ 35 ຄະນະປະຈຳສະພາແຫ່ງຊາດຊຸດທີ 13
(ວາລະປະຊຸມຄັ້ງທີ 35 ຄະນະປະຈຳສະພາແຫ່ງຊາດຊຸດທີ 13)
(vovworld) - ທີ່ວາລະປະຊຸມຄັ້ງທີ 35 ຄະນະປະຈຳສະພາແຫ່ງຊາດຊຸດທີ 13. ຄະນະປະຈຳສະພາແຫ່ງຊາດຈະສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານກໍ່ສ້າງກົດໝາຍ, ປຶກສາຫາລື, ປະກອບຄວາມເຫັນໃສ່ບັນດາບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ; ກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມ ແລະ ທະເລເກາະ; ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ); ໃຫ້ຄຳເຫັນກ່ຽວກັບບັນດາຮ່າງກົດໝາຍລົງປະຊາມະຕິ; ກົດໝາຍວ່າດ້ວຍອົງການສືບສວນອາຍາ ແລະ ກົດໝາຍວ່າດ້ວຍຈັບຕົວ ແລະ ກັກຂັງຊົ່ວຄາວ. ຄະນະປະຈຳສະພາແຫ່ງຊາດ ກໍ່ຈະໃຫ້ຄຳເຫັນຕໍ່ບາງເນື້ອໃນສຳຄັນ: ກ່ຽວກັບແຜນນະໂຍບາຍລົງທຶນກໍ່ສ້າງໂຄງການທ່າອາກາດສະຍານສາກົນລອງແທ່ງ; ຮ່າງແຜນການສ້າງບັນດາເອກະສານແນະນຳກ່ຽວກັບການປະຕິບັດກົດໝາຍວ່າດ້ວຍສະພາແຫ່ງຊາດ; ວິທີແບ່ງທຶນກຽມເພື່ອທະນາບັດລັດຖະບານໄລຍະ 2011-2015.