ໄຂສັບປະດາວັດທະນະທຳທ່ອງທ່ຽວນາຂັ້ນໄດເມືອງຮ່ວາງຊຸຟີ່ປີ2015
(ພາບປະກອບ)
(vovworld) – ຕອນຄໍ່າວັນທີ 24/09, ພິທີໄຂສັບປະດາວັດທະນະທຳນາຂັ້ນໃດເມືອງຮ່ວາງຊຸຟີ່ ປີ 2015 ແລະ ປະກາດບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ, ເຊິ່ງດຳເນີນໄປຢູ່ໃຈກາງຕາແສງ ໂຮ່ເທົ່າ, ເມືອງ ຮ່ວາງຊຸຟີ່, ແຂວງຮ່າຢາງ. ສັບປະດາວັດທະນະທຳທ່ອງທ່ຽວນາຂັ້ນໄດເມືອງຮ່ວາງຊຸຟີ່ ປີ 2015 ລວມມີການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງ, ເຂັ້ມຂົ້ນໄປດ້ວຍສີສັນຂອງບັນດາເຜົ່າຄື: ພິທີບູຊາເທວະດາປາ ແລະ ບັນດາການເຄື່ອນໄຫວພັດທະນະທຳພື້ນເມືອງຂອງຊົນເຜົ່າ ນຸ່ງ ຕາແສງ ໂພ໋ໂລ່; ງານບູນ ເກົ່າຕາວ ແລະ ບັນດາການເຄື່ອນໄຫວວັດທະນະທຳພື້ນເມືອງຊົນເຜົ່າມົ້ງ ຢູ່ເທດສະບານ ບານແບ໋ວ, ງານວາສະແດງຮູບພາບສີລະປະກ່ຽວກັບທຳມະຊາດ, ມະນຸດ ແລະ ບັນດາການເຄື່ອນໄຫວດຳລົງຊີວິດ, ການອອກແຮງງານຂອງປະຊາຊົນບັນດາເຜົ່າໃນເມືອງ…