ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ພົບປະກັບ
ທ່ານ Igor Shuvalov ຮອງນາຍົກລັດຖະມົນຕີ ລັດເຊຍ
ພາບ:VGP
|
(vovworld) - ວັນທີ 17/10 ຢູ່ ສະຫະພັນລັດເຊຍ ໄດ້ໄຂສະໄຫມປະຊຸມຄັ້ງທີ 15 ຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ ແລະ ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືເສດຖະກິດ ການຄ້າ ແລະ ວິທະຍາສາດເຕັກນິກ. ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ Hoang Trung Hai ຮອງນາຍົກລັດຖະມົນຕີ ທັງເປັນປະທານຮ່ວມຄະນະກຳມາທິການ ນຳຫນ້າ. ສ່ວນຄະນະຜູ້ແທນລັດເຊຍໂດຍທ່ານຮອງນາຍົກລັດຖະມົນຕີ Igor Shuvalov ທັງເປັນປະທານຮ່ວມຄະນະກຳມາທິການນຳຫນ້າ. ທີ່ສະໄຫມປະຊຸມຄັ້ງນີ້, ສອງຝ່າຍກວດກາຄືນການປະຕິບັດບົດບັນທຶກຊ່ວຍຈຳຂອງກອງປະຊຸມດຳເນີນໄປໃນເດືອນ 11/2011 ຢູ່ ຮ່າໂນ້ຍ ແລະ ພິຈາລະນາວຽກງານຄວນຊຸກຍູ້ ແລະ ຜັນຂະຫຍາຍຢ່າງລະອຽດໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີຄວນມີມາດຕະການທີ່ມີລັກສະນະບຸກທະລຸເພື່ອຊຸກຍູ້ການພົວພັນເສດຖະກິດການຄ້າສອງຝ່າຍ. ການສ້າງຂັ້ນຕອນປະຕິບັດແຜນການດຳເນີນງານລວມລະຫວ່າງ ຫວຽດນາມ ແລະ ລັດເຊຍໃນການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນຮອດປີ 2015 ກໍໄດ້ປຶກສາຫາລືຢ່າງລະອຽດໃນຂອບເຂດສະໄຫມປະຊຸມຄັ້ງນີ້. ພ້ອມກັນນັ້ນ ບັນດາບັນຫາກ່ຽວຂ້ອງເຖິງການຜັນຂະຫຍາຍໂຮງງານໄຟຟ້ານິວເຄຼຍ ນີງທ້ວນ 1, ບັນດາໂຄງການຮ່ວມມືໃນຂົງເຂດພະລັງງານ, ເປັນຕົ້ນໃນຂົງເຂດນ້ຳມັນອາຍແກສ ລ້ວນແຕ່ໄດ້ຮັບການກວດກາຄືນເພື່ອເປັນເອກະພາບຕໍ່ບັນດາມາດຕະການຊຸກຍູ້ຢ່າງແຮງໃນໄລຍະຈະມາເຖິງ.
Diep Anh, Doan Hai ນັກຂ່າວ VOV ປະຈຳລັດເຊຍ