(ພາບປະກອບ:baocongthuong.com.vn)
(vovworld)- ວັນທີ 4/4, ຢູ່ຮ່າໂນ້ຍ, ໄດ້ຈັດເວທີປາໄສການຄ້າ ແລະ ການລົງທຶນຫວຽດນາມ-ອິນໂດເນເຊຍ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ພ້ອມກັບຜູ້ຕາງໜ້າວິສາຫະກິດສອງປະເທດ. ນະທີ່ນີ້, ບັນດາຜູ້ແທນໄດ້ປຶກສາຫາລືບັນດາບັນຫາຈຸດສຸມຄື: ຂໍ້ກຳນົດກົດລະບຽບ ແລະ ກົດໝາຍວ່າດ້ວຍວິສາຫະກິດ, ໂອກາດການຮ່ວມມືລົງທຶນ, ຂັ້ນຕອນ ແລະ ເງື່ອນໄຂການລົງທຶນຢູ່ຫວຽດນາມ ແລະ ອິນໂດເນເຊຍ…ກ່າວຄຳເຫັນໄຂເວທີປາໄສ, ທ່ານ Mayerfas ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳຫວຽດນາມ ໃຫ້ຮູ້ວ່າ:
“ໃນສອງປີຜ່ານມາ, ມີວິສາຫະກິດອິນໂດເນເຊຍ ຫຼາຍແຫ່ງໄດ້ຕັ້ງໜ້າຊອກຮູ້ແງ່ຫວັງ ແລະ ເຊັນຂໍ້ຕົກລົງການຮ່ວມມືຫຼາຍສະບັບກັບບັນດາວິສາຫະກິດຫວຽດນາມ. ຫວຽດນາມ ແມ່ນປະເທດທຳອິດທີ່ບັນດາລັດວິສາຫະກິດອິນໂດເນເຊຍ ມາລົງທຶນ“
ທີ່ເວທີປາໄສ, ຜູ້ຕາງໜ້າຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາຄືນບັນດາຜົນງານ ແລະ ໝາກຜົນແຫ່ງການຮ່ວມມືລົງທຶນສອງຝ່າຍໃນຊຸມປີມໍ່ໆມານີ້, ພ້ອມທັງວາງອອກບັນດາແຜນການ, ຍຸດທະສາດເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືໃນຫຼາຍຂົງເຂດຄື: ການດຳເນີນທຸລະກິດ, ການລົງທຶນ…ປະຈຸບັນ, ອິນໂດເນເຊຍ ມີ 34 ໂຄງການລົງທຶນຢູ່ຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນກ່ວາ 296 ຕື້ໂດລາສະຫະລັດ. ປີ 2012, ວົງເງິນການຄ້າສອງຝ່າຍບັນລຸ 4,6 ຕື້ໂດລາສະຫະລັດ.