ໄຂເວທີປາໄສຖ່ານຫີນອາຊຽນ(AFOC13)ຢູ່ຫວຽດນາມ

ໄຂເວທີປາໄສຖ່ານຫີນອາຊຽນ(AFOC13)ຢູ່ຫວຽດນາມ - ảnh 1
ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ເວ​ທີ​ປາ​ໄສ​ຖ່ານ​ຫີນ ອາ​ຊຽນ ຄັ້ງ​ທີ 13

(vovworld) – ວັນ​ທີ 14/5, ຢູ່​ນະ​ຄອນ ຮ້າ​ລອງ, ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ເວ​ທີ​ປາ​ໄສ​ຖ່ານ​ຫີນ ອາ​ຊຽນ ຄັ້ງ​ທີ 13 (ເອີ້ນ​ຫຍໍ້​ວ່າ AFOC 13) ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ໃນ​ຂອບ​ເຂດ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ພະ​ລັງ​ງາ​ນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ​ຂອງ​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ ໄດ້​ພັດ​ປ່ຽນ​ກັນ​ຈັດ​ຕັ້ງ​ປະ​ຈຳ​ປີ. ທີ່​ວາ​ລະ​ປະ​ຊຸມ, ເວ​ທີ​ປາ​ໄສ​ຖ່ານ​ຫີນ ອາ​ຊຽນ ຄັ້ງ​ທີ 13, ບັນ​ດາ​ຜູ້​ແທນ​ສຸມ​ໃສ່​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຂະ​ແໜງອ​ຸດ​ສາ​ຫະ​ກຳ​ຖ່ານ​ຫີນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ຄວາມ​ສາ​ມາດ​ສະ​ໜອງ​ຖ່ານ​ຫີນ ແລະ ຄວາມ​ຕ້ອງ​ການ​ໃນ​ພາກ​ພື້ນ, ເຕັກ​ໂນ​ໂລຢ​ີ​ຖ່ານ​ຫີນ​ບໍ່​ມີ​ສານ​ພິດ ແລະ ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ສິ່ງ​ແວ​ດ​ລ້ອມ, ຫົວ​ຄິດ​ປະ​ດິດ​ສ້າງ​ຍົ​ກ​ສ​ູງ​ຄຸນ​ນະ​ພາບ​ຖ່ານ​ຫີນ, ​ການຮ່ວມ​ມື​ລະ​ຫວ່າງ AFOC ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ນອກ​ພາກ​ພື້ນ, ພ້ອມ​ທັງ​ຍົກ​ອອກ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ພາຍ​ໃນ​ກຸ່ມ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ.

 


ຂ່າວ/ບົດ​ອື່ນ