ລາຍການສະແດງໃນ “ຊຸມມື້ວັດທະນະທຳ ໄຕງວຽນ ຢູ່ ຮ່າໂນ້ຍຄັ້ງທີ 2”
ພາບ:TTXVN
|
(vovworld) - ມີນັກສິລະປີນ, ນັກສິລະປະກອນກວ່າ 300 ຄົນ ຢູ່ ບັນດາແຂວງ Dallak, Kontum, Gia lai, Daknong ແລະ Lam Dong ໄດ້ເຂົ້າຮ່ວມ “ຊຸມມື້ວັດທະນະທຳ ໄຕງວຽນ ຢູ່ ຮ່າໂນ້ຍຄັ້ງທີ 2 ຊຶ່ງຖືກໄຂຂຶ້ນໃນຕອນຄຳ່ວັນທີ 28/8 ຢູ່ ຮ່າໂນ້ຍ. ພາຍໃຕ້ຫົວເລື່ອງວ່າ: ໄຕງວຽນ ສີສັນວັດທະນະທຳ, ຊຸມມື້ວັດທະນະທຳ ໄຕງວຽນ ຢູ່ ຮ່າໂນ້ຍ ໄດ້ດຳເນີນການເຄື່ອນໄຫວອຸດົມສົມບູນຫລາຍຢ່າງແລະເຂັ້ມຂົ້ນໄປດ້ວຍສີສັນຂອງເຂດ ໄຕງວຽນຄື: ງານວາງສະແດງ, ງານຕະຫລາດນັດ, ການພົບປະສົນທະນາ, ກອງປະຊຸມສຳມະນາ, ການພົບປະແລກປ່ຽນສິລະປະ. ກ່າວຄຳເຫັນໄຂຊຸມມື້ວັດທະນະທຳໄຕງວຽນ ຢູ່ ຮ່າໂນ້ຍ, ທ່ານ Ho Anh Tuan ຮອງລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ເນັ້ນຫນັກວ່າ:
“ໄຕງວຽນ ແມ່ນເຂດດິນແດນທີ່ກວ້າງໃຫຍ່ໄພສານ, ເຕັມໄປດ້ວຍສີສັນທີ່ເປັນເອກະລັກສະເພາະ ແລະ ຖືກພັນລະນາຜ່ານບັນດາບົດກະວີ, ດົນຕີ, ພາບແຕ້ມ… ປະຈຸບັນ ຮູບພາບກ່ຽວກັບໄຕງວຽນໄດ້ນຳມາສະແດງຢູ່ ນະຄອນຫລວງ ຮ່າໂນ້ຍ. ດ້ວຍຄວາມສຸດຈິດສຸດໃຈ ແລະ ອາລົມຈິດຂອງຊາວໄຕງວຽນ, ພວກຂ້າພະເຈົ້າປາດຖະຫນາວ່າ ໃນຊຸມມື້ວັດທະນະທຳໄຕງວຽນ ຢູ່ ຮ່າໂນ້ຍ ຈະເຮັດໃຫ້ ຊາວນະຄອນຫລວງ ຮ່າໂນ້ຍ ແລະ ຊາວໄຕງວຽນ ໃກ້ຊິດຕິດແທດນຳກັນກວ່າ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ກວ່າ ເພື່ອພອ້ມກັນພັດທະນາເສດຖະກິດສັງຄົມຂອງ ທັງໄຕງວຽນ ກໍຄື ຮ່າໂນ້ຍ.