ໄທຮັບຮອງເອົາຄຳສັ່ງຫ້າມແຫ່ຂະບວນປະທ້ວງ
ຜູ້ແຫ່ຂະບວນປະທ້ວງຢູ່ນອກສຳນັກງານກະຊວງການເງິນ ໄທ ເມື່ອຕົ້ນປີ 2014
(ພາບ: AFP/TTXVN)
|
(vovworld) – ວັນທີ 15/7, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ ໃຫ້ຮູ້ວ່າ: ປະເທດນີ້ໄດ້ຮັບຮອງເອົາກົດໝາຍສະບັບໃໝ່ຫ້າມການແຫ່ຂະບວນປະທ້ວງເມື່ອບໍ່ທັນໄດ້ຮັບການອະນຸຍາດ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຈາ ໃຫ້ຮູ້ວ່າ: ກົດໝາຍສະບັບນີ້ຮຽກຮ້ອງໃຫ້ບັນດາຜູ້ຈັດຕັ້ງການແຫ່ຂະບວນປະທ້ວງຕ້ອງອະນຸຍາດທາງການຢ່າງໜ້ອຍສຸດ 24 ຊົ່ວໂມງກ່ອນທີ່ຈັດຕັ້ງການເດີນຂະບວນ. ທ່ານເນັ້ນໜັກວ່າ: ກົດໝາຍນີ້ໄດ້ຮັບການນຳໃຊ້ສຳລັບທຸກໆຮູບແບບແຫ່ຂະບວນປະທ້ວງ, ນີ້ຈະແມ່ນວິທີການສຳຄັນຊ່ວຍລັດຖະບານສະໄໝຕໍ່ໄປຮັກສາສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ. ຕາມກົດໝາຍດັ່ງກ່າວແລ້ວ, ປະຊາຊົນອາດຈະເດີນຂະບວນແຕ່ຕ້ອງຍົກອອກຈຸດປະສົງຢ່າງລະອຽດ ແລະ ຕ້ອງຂໍອະນຸຍາດຈາກລັດຖະບານ. ກົດໝາຍສະບັບໃໝ່ຫ້າມ ກໍຄືສະກັດກັ້ນເລື່ອງຈັດຕັ້ງການແຫ່ຂະບວນປະທ້ວງຢູ່ນອກສຳນັກງານລັດຖະບານ ແລະ ຢູ່ບັນດາເສັ້ນທາງຄົມມະນາຄົມຕົ້ນຕໍ. ຜູ້ແຫ່ຂະບວນປະທ້ວງຢ່າງຜິດກົດໝາຍຈະຖືກກັກຂັງເປັນເວລາ 6 ເດືອນ ແລະ ຕ້ອງປັບໄໝ 10.000 ບາດ (ເທົ່າກັບ 300 USD), ບັນດາຜູ້ແຫ່ຂະບວນປະທ້ວງໄດ້ກີດຂວາງການຄົມມະນາຄົມ ແລະ ທຳລາຍພື້ນຖານໂຄງລ່າງຕົ້ນຕໍຕ່າງໆຈະຖືກກັກຂັງເປັນເວລາ 10 ເດືອນ ແລະ ປັບໄໝ 20.000 ບາດ (600 USD).