(ພາບປະກອບ)
(vovworld) – ໜັງສືພິມ Financial Times (ການເງິນ) ຂອງ ອັງກິດ ຫາກໍ່ມີບົດຂຽນຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນຂອງຕະຫລາດຂາຍຍ່ອຍຂອງ ຫວຽດນາມ, ຕາມນັ້ນແລ້ວ, ຕະຫລາດຂາຍຍ່ອຍຢູ່ ຫວຽດນາມ ນັບມື້ນັບມີລັກສະນະແກ່ງແຍ້ງ ແລະ ການທ້າທາຍຫລາຍຢ່າງ. ເລື່ອງບັນດາບໍລິສັດຂາຍຍ່ອຍນັບມື້ນັບເພີ່ມຂຶ້ນ ແມ່ນຍ້ອນ ລະບຽບການດຳເນີນທຸລະກິດຢູ່ ຫວຽດນາມ ມີຄວາມສະດວກສະບາຍ. ຕາມການຄາດຄະເນຂອງກຸ່ມບໍລິສັດຕ່າງປະເທດແລ້ວ ຕະຫລາດຂາຍຍ່ອຍຂອງ ຫວຽດນາມ ບັນລຸລາຍຮັບປະມານ 110 ຕື້ USD ໃນປີ 2015, ເພີ່ມຂຶ້ນ 2,4 ເທົ່າເມື່ອທຽບໃສ 5 ປີກ່ອນ, ແລະ ຄາດວ່າ ຈະບັນລຸ 179 ຕື້ USD ໃນປີ 2020. ບັນດາບໍລິສັດຕ່າງປະເທດພວກເຂົ້າ ຫວຽດນານ ເພື່ອຍາດແຍ່ງອັດຕາສ່ວນຕະຫລາດທີ່ມີພົນລະເມືອງ 93 ລ້ານຄົນ. ບົກໜັງສືພິມໃຫ້ຂໍ້ສັງເກດວ່າ: ຫວຽດນາມ ໄດ້ເຊັນສັນຍາການຄ້າໃຫຍ່ 2 ສະບັບ ນັ້ນແມ່ນ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ແລະ ສັນຍາການຄ້າເສລີ ຫວຽດນາມ - ອີຢູ, ນີ້ຈະແມ່ນໂອກາດ ເພື່ອໃຫ້ວິສາຫະກິດຕ່າງປະເທດສຳຜັດຕະຫລາດ ຫວຽດນາມ. ຄຳໝັ້ນສັນຍາ TPP ແລະ ສັນຍາການຄ້າເສລີ ຫວຽດນາມ - ອີຢູ ຈະເປີດປະຕູຕະຫລາດສິນຄ້າ ແລະ ການຄ້າເອເລັກໂຕນິກ ກໍ່ເປັນການໝັ້ນໝາຍບັນດາແຫຼ່ງສະໜອງໃໝ່, “ດຶງດູດ ແລະ ປະສິດທິຜົນ” ໃຫ້ຕະຫລາດຂາຍຍ່ອຍສິນຄ້າ ຫວຽດນາມ.